ຂ່າວເສົ້າມື້ນີ້ ພົບຜູ້ເສຍຊີວິດຈາກເຊື້ອໂຄວິດເພີ່ມ 1 ກໍລະນີ ແລະ ຍອດຜູ້ຕິດເຊື້ອທັງໝົດຍັງສູງເຖິງ 547 ຄົນ

837

ນັບເປັນອີດມື້ທີ່ເຮົາເສົ້າໃຈ ມື້ນີ້ພົບຜູ້ເສຍຊີວິດ 1 ກໍລະນີ, ແລະ ຕິດເຊື້ອໂຄວິດ19 ທັງໝົດ 547 ຄົນ, ນໍາເຂົ້າ 12 ຄົນ, ຊຸມຊົນ 535 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 173 ຄົນ, ລົງມາແມ່ນແຂວງຄໍາມ່ວນ 141 ຄົນ

ທ່ານ ນາງ ດຣ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວວ່າ ມາຮອດວັນທີ 29 ກັນຍາ 2021 ເຮົາກວດວິເຄາະທັງໝົດ 7.075 ຄົນ, ຜູ້ຕິດເຊື້ອໃໝ່ 547 ຄົນ, ນໍາເຂົ້າ 12 ຄົນ ໃນນັ້ນ ຈາກ ຈໍາປາສັກ 5 ຄົນ, ສະຫວັນນະເຂດ 3 ຄົນ, ສາລະວັນ 3 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ

ຜູ້ຕິດເຊື້ອໃນຊຸມຊົນ 535 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 173 ຄົນ, ຄໍາມ່ວນ 141 ຄົນ, ຈໍາປາສັກ 61 ຄົນ, ສະຫວັນນະເຂດ 50 ຄົນ, ຫຼວງພະບາງ 49 ຄົນ, ວຽງຈັນ 19 ຄົນ, ສາລະວັນ 15 ຄົນ, ບໍ່ແກ້ວ 11 ຄົນ, ບໍລິຄໍາໄຊ 6 ຄົນ, ໄຊສົມບູນ 4 ຄົນ, ເຊກອງ 2 ຄົນ, ອັດຕະປື 2 ຄົນ, ຫຼວງນໍ້າທາ 1 ຄົນ ແລະ ຊຽງຂວາງ 1 ຄົນ

ມາຮອດປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 23.488 ຄົນ, ເສຍຊີວິດສະສົມ 17 ຄົນ ແລະ ປິ່ນປົວທັງໝົດ 4.766 ຄົນ