ເຈົ້າແຂວງ ໄຊຍະບູລີ ລົງຕິດຕາມ ແລະ ຊຸກຍູ້ ການເກັບກູ້ພືດລະດູປີ ເມືອງ ໄຊສະຖານ

427

ໃນວັນທີ 28 ກັນຍາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການເກັບກູ້ພືດລະດູປີຢູ່ເມືອງ ໄຊສະຖານ, ໃຫ້ການຕ້ອນຮັບໂດຍ ທ່ານ ສີສະໝອນ ນາມວົງ ວ່າການເຈົ້າເມືອງ ໄຊສະຖານ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ.


ການລົງຕິດຕາມຄັ້ງນີ້ ທີມງານຂອງທ່ານ ເຈົ້າແຂວງແມ່ນໄດ້ຢ້ຽມຢາມເບິ່ງພື້ນທີ່ການຜະລິດຂອງປະຊາຊົນເປັນຕົ້ນແມ່ນ: ການປູກເຂົ້ານາປີ, ເຂົ້າໄຮ່ເນີນສູງ, ການປູກເຜືອກຫອມ, ປູກແຂມ, ໝາກເດືອຍ, ໝາກງາຈຽງ ແລະ ພືດອື່ນໆ ເຊິ່ງທົ່ວເມືອງມີເນື້ອທີ່ປູກພືດລະດູຝົນທັງໝົດ 4.876,25 ເຮັກຕາ, ຄາດຄະເນຜົນຜະລິດ 9.220,23 ໂຕນ, ໃນນີ້ມີເນື້ອທີ່ປູກ ຊາ 132 ເຮັກຕາ, ແຂມ 519,79 ເຮັກຕາ, ໝາກເດື່ອຍ 1.031,02 ເຮັກຕາ, ສາລີ 125 ເຮັກຕາ, ໝາກງາຈຽງ 74 ເຮັກຕາ, ເຜືອກ 95,7 ເຮັກຕາ, ຖົ່ວດິນ 17,2 ເຮັກຕາ, ກາເຟ 9 ເຮັກຕາ, ຂີງ 7,6 ເຮັກຕາ, ມັນຕ່າງໆ 36,8 ເຮັກຕາ, ພືດກິນໝາກ 167 ເຮັກຕາ, ພືດກິນ ໃບຕ່າງໆ 45 ເຮັກຕາ, ເຂົ້ານາປີ 132,3 ຮຕ, ເຂົ້າເນີນສູງ 2.483,84 ຮຕ.

ຮອດປະຈຸບັນການເກັບກູ້ເຂົ້າເນີນສູງສໍາເລັດ ແລ້ວ 10 %; ນອກນີ້ຍັງມີສັດລ້ຽງທັງໝົດ 60.085 ໂຕ, ໃນນີ້: ງົວ-ຄວາຍ 10.139 ໂຕ, ແບ້ 5.004 ໂຕ, ໝູ 8.631 ໂຕ ແລະ ສັດປີກ 36.311 ໂຕ, ມີໜໍ່ແໜ່ງເປັນຄອບຄົວຕົວແບບການລ້ຽງສັດ 11 ຄອບຄົວ, ຈາກນັ້ນທີມງານຂອງທ່ານເຈົ້າແຂວງກໍ່ໄດ້ຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກອງຮ້ອຍທະຫານຊາຍແດນ 154 ແລະ ທະຫານກອງຂົນໂຂຍ ກອງພົນທະຫານຮາບທີ 2.

ຂ່າບ-ພາບ: ອຸ່ນເຮືອນ ໂພທິລັກ