ເມນູ ລ້ອນຂົ້ວຜັກກະເສດ

800

ຜັກກະເສດສ່ວນຫຼາຍຄົນຈະມີແຕ່ເອົາໄປກິນກັບຕຳໝາກຫຸ່ງ ຫຼື ບໍ່ກໍເອົາໄປຂົ້ວຜັກກະເສດໃສ່ນ້ຳມັນຫອຍ ແຕ່ມື້ນີ້ແອັດມິນຊິພາທ່ານມາເຮັດເມນູລ້ອນຂົ້ວຜັກກະເສດ ບອກເລີຍວ່າທຸກຄົນຕ້ອງມັກເພາະໃນເມນູນີ້ມີກຸ້ງພ້ອມ ຮັບຮອງວ່າແຊບ ແລະ ດີຕໍ່ຮ່າງກາຍ ບໍ່ບັນລະຍາຍຍາວ ເຮົາໄປກຽມວັດຖຸດິບພ້ອມເຮັດເມນູນີ້ນຳກັນເລີຍ.

ສ່ວນປະສົມ: ເສັ້ນລ້ອນ (ແຊ່ນ້ຳຈົນນຸ້ມ), ນ້ຳມັນພືດສຳລັບຂົ້ວ, ກະທຽມສັບ, ໝາກເຜັດຂີ້ໜູຕຳພໍແຕກ, ກຸ້ງສົດ, ຜັກກະເສດເດັດເປັນທ່ອນສັ້ນ, ໝູໝັກ, ນ້ຳຕານ, ນ້ຳມັນຫອຍ ແລະ ສະອິວຂາວ.

ວິທີເຮັດ:

1. ເອືອບຊີ້ນໝູທີ່ໝັກແລ້ວນໍາໄປແຊ່ໄວ້ໃນຕູ້ເຢັນຊ່ອງທຳມະດາ ປະໄວ້ຂ້າມຄືນ.

2. ແກະກາບກຸ້ງ ຈົ່ງແຕ່ກາບສ່ວນຫາງໄວ້ ຜ່າຫຼັງເອົາເສັ້ນດຳອອກ ແລະ ເດັດຍອດອ່ອນຜັກກະເສດລ້າງ ແລະ ປະສະເດັດນ້ຳໄວ້.

3. ໃສ່ນ້ຳມັນລົງໃນໝໍ້ກະທະ ເປີດໄຟກາງພໍຮ້ອນກໍໃສ່ກະທຽມສັບ ແລະ ໝາກເຜັດຂີ້ໝູລົງໄປຜັດໃຫ້ຫອມ ແລ້ວກໍໃສ່ຊີ້ນໝູໝັກລົງໄປຜັດໃຫ້ສຸກ ໃສ່ກຸ້ງລົງໄປຜັດໃຫ້ສຸກ ແລ້ວກໍຕັກຂຶ້ນເພື່ອບໍ່ໃຫ້ກຸ້ງສຸກຈົນເກີນໄປ ເພາະມັນຈະແຂງບໍ່ແຊບ.

4. ໃສ່ເສັ້ນລ້ອນລົງໄປຂົ້ວ ເລັ່ງໄຟແຮງຂຶ້ນ ໃສ່ນ້ຳລົງໄປ ຂົ້ວໃຫ້ລ້ອນສຸກ ໃສ່ຜັກກະເສດ ປຸງລົດດ້ວຍນ້ຳຕານ, ນ້ຳມັນຫອຍ ແລະ ສະອິວຂາວ.

5. ໃສ່ກຸ້ງ ແລະ ຊີ້ນໝູທີ່ຜັດໄວ້ນັ້ນລົງໄປຜັດໃຫ້ເຂົ້າກັນດີດ້ວຍໄປແຮງ ແຕ່ຢ່າຜັດດົນ ເພື່ອບໍ່ໃຫ້ຜັກກະເສດໜຽວ ຈາກນັ້ນຕັກໃສ່ຈານເສີບໄດ້ເລີຍ.