‘’ຍົກສູງຄວາມເປັນແມ່ຍິງລາວ ຄວາມຮູ້ ຄວາມສາມາດ ບໍ່ແພ້ຊາດໃດ’’ ອາຫົງ ແສງດາລາ ໝາຍເລກ 002

2718

ທໍາຄວາມຮູ້ຈັກກັບອີກຫນຶ່ງສາວງາມ ຜູ້ປະກວດຮ່ວມເຂົ້າຊີງມຸງກຸດເພັດ ໃນເວທີ Miss Universe Laos 2021  ອາຫົງ ແສງດາລາ ຫລື ອາຫົງ ໝາຍເລກ 002 ປັດຈຸບັນ ອາຍຸ 25 ປີ , ມາຈາກແຂວງ ອຸດົມໄຊ ຈົບປະລິນຍາຕີ ຈາກ ສະຖາບັນເສດຖະກິດການເງີນ.

ເຖິງແມ່ນເວທີ Miss Universe Laos ຈະເປັນເວທີທີອິດຂອງຫົງເລີຍ ແຕ່ກໍມີຄວາມໃຝ່ຝັນສຳລັບເວທີນີ້ແມ່ນ ຫົງຢາກຈະເປັນນາງງາມທີ່ບໍ່ພຽງແຕ່ໄປເຜີຍແຜ່ວັດທະນະທຳລາວໃຫ້ຊາວໂລກໄດ້ຮູ້ ແຕ່ຫົງຍັງຢາກຈະຍົກສູງຄວາມເປັນແມ່ຍິງລາວໃຫ້ຊາວໂລກໄດ້ຮູ້ວ່າ ແມ່ຍີງລາວກໍ່ເກັ່ງກ້າສາມາດ ບໍ່ແພ້ຊາດໃດໃນໂລກ ສຳລັບຫົງກໍມີຄວາມຝັນໃນວົງການບັນເທີງແມ່ນຫົງຢາກຈະເປັນນາງແບບ ທີ່ສາມາດຊ່ວຍເຫລືອສັງຄົມໄດ້.

ຄະຕິປະຈຳໃຈຂອງຫົງແມ່ນ ‘’ ເຊື່ອໜັ້ນ ແລະ ສັດທາ ຄືຈຸດເລີ່ມຕົ້ນຂອງຄວາມສໍາເລັດ’’ ແລະ ສາເຫດທີ່ເລືອກມາປະກວດເວທີນີ້ແມ່ນ ຫົງຢາກກ້າວຜ່ານຄຳວ່າບໍ່ກ້າຂອງຕົນເອງໃຫ້ໄດ້ ແລະ ຢາກຈະທ້າທາຍຕົວເອງ ເວທີນີ້ກໍ່ເປັນເວທີໃຫຍ່ອັນດັບ1 ຂອງປະເທດເປັນເວທີທີ່ມີພະລັງ, ມີກຽດ ຫົງຈີ່ງເລືອກເວທີນີ້.

ຖ້າຜ່ານເຂົ້າຮອບເລີກໆແມ່ນຫົງ ຈະເອົາຄວາມເປັນຕົວເອງນີ້ແລ ເພາະຄວາມເປັນຕົວເອງສະແດງອອກມາໃຫ້ທຸກຄົນໄດ້ເຫັນ ແລະ ຮັກ ພ້ອມທັງສະຫນັບສະຫນູນຫົງ ໃນຄວາມເປັນຫົງແແບບນີ້ ສໍາລັບຈຸດເດັ່ນ ແລະ ສະເໜ່ຂອງຫົງຄິດວ່າແມ່ນຮອຍຍີ້ມ ແລະ ຄວາມຄິດບວກຂອງຕົນເອງ ຈະສົ່ງຜົນໃຫ້ຄະນະກໍາມະການໄດ້ເຫັນເຖິງຄວາມງາມຈາກພາຍໃນຂອງຫົງໄດ້.

ສ່ວນການກຽມຕົວ ກ່ອນການສະຫມັກເຂົ້າປະກວດ ກໍໄດ້ການກຽມຕົວກໍ່ຄື ດູແລຕົວເອງບໍ່ວ່າຈະເປັນເລື່ອງຜິວ ແລະ ຫຸ່ນ ກໍຄືການກິນນ້ຳຫລາຍໆ ອອກກຳລັງກາຍ ສືກສາຂໍ້ມູນຕ່າງໆ ເພື່ອເສີມສ້າງຄວາມຮູ້, ຄວາມສາມາດ ແລະ ບຸກຄະລິກກະພາບທີ່ດີ ໃຫ້ຕົນເອງ.

ຖ້າຄວາມຝັນເປັນຈິງ ຖ້າຫົງໄດ້ຕຳແຫນ່ງອັນຊົງກຽດຈາກເວທີນີ້ມາຄອບຄອງ ແມ່ນຫົງຢາກຈະເປັນກະບອກສຽງເພືອຊ່ວຍເຫລືອດ້ານການສືກສາຂອງນ້ອງໆໃຫ້ດີຂື້ນ ເພາະຫົງຢາກເຫັນເດັກນ້ອຍເຕີບໃຫຍ່ມາເປັນໄວໝຸ່ມທີ່ມີຄຸນນະພາບ ແລະ ເປັນຜູ້ໃຫຍ່ທີ່ດີໃນອະນາຄົດ.

ຜ່ານມາຍັງບໍ່ເຄີຍມີຜົນງານໃນວົງການບັນເທີງເລີຍ ແຕ່ຫົງກໍ່ພ້ອມສະເຫມີຖ້າໄດ້ຮັບໂອກາດ ສໍາລັບ ກິດຈະກຳຍາມວ່າງຫົງມັກຈະຟັງເພງ, ອ່ານຫນັງສື ແລະ ຟັງຂ່າວສານບ້ານເມືອງຕ່າງໆ ສູດທ້າຍນີ້ຫົງກໍ່ຢາກໃຫ້ພໍ່ແມ່ພີ່ນ້ອງຫມູ່ຄູ່ທຸກຄົນຊ່ວຍເປັນກຳລັງໃຈ ແລະ ຊ່ວຍເຊຍຫົງນຳເດີ ຫົງຈະເຮັດໃຫ້ດີທີ່ສຸດ ສຸດຄວາມສາມາດຂອງຫົງເລີຍ ສາມາດຕິດຕາມການເຄື່ອນໄຫວຕ່າງໆຂອງຫົງໄດ້ຜ່ານທາງ ເຟສບຸກສ່ວນຕົວ: Ahong Sengdala.

ຮູບ: Ahong Sengdala.