ບໍ່ແມ່ນເລື່ອງໄສຍາສາດ ແຕ່ເປັນພະຍາດຖົງນ້ຳຮັງໄຂ່ຊະນິດໜຶ່ງທີ່ພົບກ້ອນໄຂມັນ ເສັ້ນຜົມ ກະດູກອ່ອນ ຫຼື ແຂ້ວ ໃນຮັງໄຂ່ໄດ້ ເຊິ່ງເອີ້ນວ່າ: ເດິມອຍຊີສ (Dermoid Cyst)
ເດິມອຍຊີສ (Dermoid Cyst) ເກີດຈາກເຊວທີ່ມີຄວາມສາມາດພັດທະນາໄປເປັນເຊວຊະນິດຈາງໆ ເຊັ່ນ: ໄຂມັນ, ເສັ້ນຜົມ, ກະດູກອ່ອນ ຫຼື ແຂ້ວ ມາຢູ່ບໍລິເວນຮັງໄຂ່ ເຊິ່ງອາການທີ່ປາກົດມັກຈະເຮັດໃຫ້ເຂົ້າໃຈຜິດວ່າ ຖືກຂອງ ຫຼື ເປັນເລື່ອງທາງໄສຍາສາດ ທັງທີ່ຄວາມຈິງແລ້ວຄືພະຍາດຖົງນ້ຳຮັງໄຂ່ຊະນິດໜຶ່ງ ທີ່ອາດບໍ່ມີອາການໃດໆເລີຍ ຖ້າຫາກບໍ່ມີພາວະແຊກຊ້ອນ ເຊິ່ງໂອກາດກາຍເປັນມະເຮັງມີໜ້ອຍ.
+ ພາວະແຊກຊ້ອນຂອງເດິມອຍຊີສ
ບິດຂົ້ວ (Torsion)
– ເປັນພາວະແຊກຊ້ອນທີ່ພົບເຫັນຫຼາຍທີ່ສຸດ
– ອາການ: ປວດບໍລິເວນທ້ອງນ້ອຍ ແລະ ຮູ້ສຶກເຈັບເມື່ອຂົ່ມບໍລິເວນທ້ອງນ້ອຍ ແລະ ອາດມີອາການປຸ້ນທ້ອງ ປວດຮາກ ຫຼື ອາດມີໄຂ້ນຳແຕ່ບໍ່ຮຸນແຮງ.
ຕິດເຊື້ອ (Infection)
– ເປັນພາວະແຊກຊ້ອນທີ່ພົບໄດ້ບໍ່ຫຼາຍ ແຕ່ເຮັດໃຫ້ເກີດອາການຮຸນແຮງໄດ້
– ອາການ: ໄຂ້ສູງຮ່ວມກັບການປວດທ້ອງນ້ອຍຮຸນແຮງ
ແຕກ ຫຼື ຮົ່ວ (Rupture or Leakage)
– ເປັນພາວະແຊກຊ້ອນທີ່ພົບໄດ້ກັບພະຍາດຖົງນ້ຳໃນຮັງໄຂ່ທຸກຊະນິດ
– ອາການ: ປວດທ້ອງນ້ອຍກະທັນຫັນ ແລະ ປວດຕະຫຼອດເວລາ
ການຮັກສາເດິມອຍຊີສ (Dermoid Cyst)
ເດິມອຍຊີສ ບໍ່ສາມາດຮັກສາໃຫ້ນ້ອຍລົງດ້ວຍຢາ ຫຼື ຮໍໂມນ ຈຶ່ງຄວນປຶກສາແພດ ເນື່ອງຈາກຕ້ອງຮັກສາດ້ວຍການຜ່າຕັດ
ຄຳແນະນຳຈາກແພດ
ເດິມອຍຊີສ ເປັນພະຍາດຖົງນ້ຳຮັງໄຂ່ຊະນິດໜຶ່ງ ບໍ່ແມ່ນເກີດຈາກການຖືກເຮັດໄສຍາສາດຕາມທີ່ເຂົ້າໃຈກັນ ຖ້າຫາກຄົນເຈັບມີອາການເຊັ່ນ: ປວດທ້ອງນ້ອຍກະທັນຫັນ ຫຼື ຮຸນແຮງ ຄວນພົບແພດເພື່ອຮັບການບົ່ງມະຕິ ແລະ ຮັກສາຢ່າງທັນທີ