ສຸກີ້ມ້ວນ ກິນແຊບ ເຮັດງ່າຍ ກິນໄດ້ທັງຄອບຄົວ

617

ລັອກດາວຮອບນີ້ຢູ່ບ້ານເບື່ອໆ ແຖມຍັງເຮັດໃຫ້ສາວໆ ຫຼາຍຄົນນ້ຳໜັກຂຶ້ນ ແອັດມິນຂໍແນະນຳອາຫານເມນູນີ້ໄປເລີຍ ບອກໄດ້ວ່າ ບໍ່ຕຸ້ຍແຖມກິນແລ້ວດີຕໍ່ຮ່າງກາຍພ້ອມ ວັນຢຸດເສົາ-ທິດນີ້ ເຮັດກິນຢູ່ບ້ານສູ່ຄົນໃນຄອບຄົວ ຫຼື ຈະເຮັດກິນເອງກໍໄດ້ ວິທີງ່າຍໆກຽມວັດຖຸດິບນຳກັນເລີຍ!

ສ່ວນປະສົມ: ຜັກກາດຂາວ ເລືອກຕົ້ນໃຫຍ່ພໍດີມ້ວນ, ຊີ້ນໝູບົດ, ປູອັດ, ລ້ອນ, ເຫັດເຂັມ, ແຄລັອດ, ຜັກບົ່ວໃບ, ຊັອດຫອຍ, ແປ້ງນົວ, ນໍ້າປາ, ແຈ່ວສຸກີ້ ແລະ ແຈ່ວນ້ຳຈິ້ມໄກ່

ວິທີເຮັດ:

– ເອົາຜັກກາດຂາວມາລ້າງນໍ້າແລ້ວໄປລວກໃຫ້ພໍດີ ບໍ່ສຸກຫຼາຍເກີນໄປ

– ປຸງຊີ້ນໝູບົດດ້ວຍ ຊັອດຫອຍ, ນໍ້າປາ ແລະ ແປ້ງນົວ

– ວິທີຫໍ່: ແມ່ນເອົາຜັກກາດຂາວທີ່ລວກມາວາງ ແລ້ວເອົາໝູບົດ, ປູອັດ, ເຫັດເຂັມ, ແຄລັອດ, ລ້ອນ, ໃບຜັກບົ່ວມາໃສ່ ຕາມມັກ ໃຜມັກຫຍັງ ກໍສາມາດເອົາມາພັນໃສ່ໄດ້

– ພັນແລ້ວເອົາໄປຫນຶ້ງ 30 ນາທີ ກໍພ້ອມເສີບຄູ່ກັບແຈ່ວສຸກກີ້ ຫຼື ແຈ່ວນໍ້າຈິ້ມໄກ່

ພຽງເທົ່ານີ້ກໍເປັນອັນຮຽບຮ້ອຍ ເຮັດງ່າຍໆ ບໍ່ຫຼາຍຂັ້ນຕອນ ແຖມກິນແຊບອີກ.