ໂຄວິດໂຫດ ປະກາດລັອກດາວ! ແຂວງໄຊສົມບູນເລີ່ມແຕ່ 27 ເປັນຕົ້ນໄປ

1040

ເນື່ອງຈາກການແຜ່ລະບາດຂອງໂຄວິດ19 ໃນຕອນນີ້ ໄດ້ແຜ່ລາມໄປຫຼາຍແຂວງ ກຳລັງພົບພໍ້ຢູ່ ແຂວງ ໄຊສົມບູນ ດັ່ງນັ້ນ ຈຶ່ງໄດ້ອອກແຈ້ງການປິດການເຂົ້າ-ອອກເມືອງ ຕາມຄຳສັ່ງເລກທີ 295/ສພກຂ ລົງວັນທີ 27 ກັນຍາ 2021.


ໃນແຈ້ງການລະບຸວ່າ: ເນື່ອງຈາກສະພາບການລະບາດຂອງພະາດໂຄວິດ-19 ໃນຊຸມຊົນ (ເຂດບ້ານແດງ) ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງອ້ອມຂ້າງ ທີ່ຍັງມີທ່າອ່ຽງເພີ່ມຂຶ້ນ ເຊິ່ງໄດ້ແຜ່ລະບາດຢູ່ຊຸມຊົນ ເປັນວົງກວ້າງ ສະນັ້ນ, ເພື່ອເພີ່ມຂີດຄວາມສາມາດໃນການປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດໂຄວິດ-19 ມີການ ລະບາດເພີ່ມຂື້ນຢູ່ ເມືອງລ້ອງຊານ ແລະ ເມືອງທ່າໂທມ ກະຈາຍໄປທົ່ວແຂວງໄຊສົມບູນ ຈຶ່ງມີຄວາມຈໍາເປັນຕ້ອງ ຍົກລະດັບເພີ່ມມາດຕະການປ້ອງກັນ, ສະກັດກັ້ນການລະບາດພະຍາດໂຄວິດ-19 ໃຫ້ເຂັ້ມງວດຂຶ້ນຕື່ມ,


ຮອງເຈົ້າແຂວງໄຊສົມບຸນ, ຫົວຫນ້າຄະນະສະເພາະກິດໂຄວິດ-19 ແຂວງ ອອກຄໍາສັ່ງເດັດຂາດດັ່ງນີ້:
ເພີ່ມທະວີການຈັດຕັ້ງປະຕິບັດ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບກເລກທີ 15/ນຍ, ລົງວັນທີ 21 ເມສາ2021; ແລະ ແຈ້ງການ ຂອງຫ້ອງວ່າການ ແຂວງ ສະບັບເລກທີ 2791/ຫວຂ.ຊບ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນັບຕັ້ງແຕ່ວັນທີ 16-30 ກັນຍາ 2021

ປິດການເດິນທາງເຂົ້າ-ອອກ (Lock Down) ແຂວງໄຊສົມບູນ ເລີ່ມແຕ່ເວລາ 00 ໂມງ ຂອງວັນທີ 27ກັນຍາ 2021 ເປັນຕົ້ນໄປຈົນກວ່າຈະມີການຜ່ອນຜັນ