ການນຳພັກ-ລັດ ແຂວງເຊກອງ ວາງກະຕ່າດອກໄມ້ ເນື່ອງໃນວັນລັດຖະທຳມະນູນ ຄົບຮອບ 30 ປີ

491

ເພື່ອເປັນການສະແດງຄວາມເຄົາລົບ ແລະ ລະນຶກເຖິງອະດີດຜູ້ນຳທີ່ເປັນບຸກຄົນສຳຄັນທີ່ນຳພາປະເທດຊາດຕໍ່ສູ້ກູ້ຊາດຈົນມີທຸກວັນນີ້ ດັ່ງນັ້ນ, ການນຳລະດັບສູງ ແຂວງ ເຊກອງ ໄດ້ພ້ອມກັນສະແດງເຖິງຄວາມຮູ້ບຸນຄຸນ ໂດຍການວາງກະຕ່າດອກໄມ້ ທີ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ພ້ອມທັງເປັນວັນຄົບຮອບ 30 ປີ ວັນລັດຖະທຳມະນູນແຫ່ງຊາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ (15/8/1991-15/8/2021) ໃນຕອນເຊົ້າວັນທີ 28 ກັນຍາ 2021 ນີ້, ໂດຍມີບັນດາການນໍາພັກ, ລັດ ແຂວງ ເຊກອງ ນໍາໂດຍ ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ເຊກອງ, ມີທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ອາດີດການນໍາຂອງແຂວງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງຂັ້ນແຂວງ-ຂັ້ນເມືອງ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ.

ທັງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ, ບັນດານັກຮົບປະຕິວັດລາວ ທີ່ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຂ່າວຈາກ: ສະພາປະຊາຊົນ ແຂວງ ເຊກອງ2.