ມສ ວຽງຈັນ ປະເມີນການສອນອອນລາຍ 1 ອາທິດໄດ້85%

499

ດັ່ງທີ່ຮູ້ກັນແລ້ວວ່າ ໂຮງຮຽນ ມສ ວຽງຈັນແມ່ນໄດ້ເລີ່ມເປີດການຮຽນ ການສອນ ນັບແຕ່ ວັນທີ 20 ກັນຍາ 2021 ເປັນຕົ້ນມາ ໃນຮູບແບບອອນລາຍ ເຊິ່ງໄລຍະໜຶ່ງອາທິດຜ່ານມານີ້ ແມ່ນສາມາດປະເມີນໄດ້ເຖິງ 85%.


ທ່ານນາງ ມະນີວອນ ພະໄຊຍະວົງ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 28 ກັນຍານີ້ວ່າ: ການສອນອອນລາຍໃນໜຶ່ງອາທິດຜ່ານມາ ສົກຮຽນ 2021-2022 ຂອງໂຮງຮຽນ ມສ ວຽງຈັນໄດ້ມີຂໍ້ສະດວກຍ້ອນມີຄະນະນໍາໃຫ້ຄໍາແນະນໍາ, ໃກ້ຊິດ ແລະ ຕິດຕາມການຮຽນ-ການສອນຂອງຄູຕະຫຼອດເວລາ, ໄດ້ຝຶກອົບຮົມໃຫ້ຄູ-ອາຈານເຂົ້າເຖິງໄອຊີທີເພື່ອສ້າງສື່ການຮຽນ-ການສອນເຂົ້າໃນການຮຽນ-ການສອນທາງອອນລາຍ, ຄູທຸກຄົນໄດ້ເອົາໃຈໃສ່ບຸກບືນຕົນເອງ, ມີຄວາມຕັ້ງໃຈຫ້າວຫັນ ແລະ ກະຕື້ລືລົ້ນໃນການສິດສອນ, ຄູປະຈໍາຫ້ອງກໍໄດ້ເອົາໃຈໃສ່ໃນການສ້າງກຸ່ມວັອດແອັບໃຫ້ນັກຮຽນກັບຄູປະຈໍາວິຊາ, ຄູຫຼາຍທ່ານສາມາດສອນຜ່ານ google meet ແລະ zoom ໄດ້, ເຮັດໃຫ້ສາມາດແລກປ່ຽນ ແລະ ສົນທະນາໄດ້ກັບນັກຮຽນ.


ທ່ານກ່າວອີກວ່າ: ເຖິງຈະມີຂໍ້ສະດວກແຕ່ກໍຍັງມີສິ່ງທ້າທາຍຍັງມີຄູຈຳນວນໜຶ່ງບໍ່ທັນເຂັ້ມແຂງທາງດ້ານໄອຊີທີ ຈຶ່ງເຮັດໃຫ້ການແບ່ງກຸ່ມລາຍວິຊາຊັກຊ້າ ແລະ ນັກຮຽນເຂົ້າກຸ່ມບໍ່ຄົບຕາມຈຳນວນ ແລະ ເຂົ້າຮຽນບໍ່ທັນຕາມເວລາກຳນົດ, ອຸປະກອນອີເລັກໂທນິກຍັງບໍ່ທັນພຽງພໍ, ບາງອາຈານໄດ້ໃຊ້ໂທລະສັບສອນນັກຮຽນຊຶ່ງມີຄວາມຫຍຸ້ງຍາກ, ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຄູບໍ່ສາມາດໄປນໍາໃຊ້ອຸປະກອນຕ່າງໆຢູ່ໂຮງຮຽນໄດ້.


ສຳລັບແຜນການສອນໃນຕໍ່ໜ້າທາງໂຮງຮຽນຈະສືບຕໍ່ແຕ່ງບົດສອນເປັນພາວເວີພອຍເອກະພາບກັນເພື່ອສົ່ງໃຫ້ນັກຮຽນຜ່ານທາງວັອດແອັບ ແລະ ສອນຜ່ານ google meet ແລະ zoom, ຊຸກຍູ້ໃຫ້ນັກຮຽນມີສ່ວນຮ່ວມໃນການຮຽນໃຫ້ຫຼາຍຂຶ້ນກວ່າເກົ່າໂດຍນຳໃຊ້ກິດຈະກຳທີ່ຫຼາກຫຼາຍ, ສ້າງສື່ການຮຽນ-ການສອນໃຫ້ຫຼາກຫຼາຍກວ່າເກົ່າເຊັ່ນ: ເຮັດວິດີໂອສັ້ນໆ, ສ້າງເກມ, ອັດສຽງ ແລະ ອື່ນໆ, ສ້າງແບບວັດປະເມີນນັກຮຽນໂດຍຜ່ານ Google form, ສົ່ງວຽກບ້ານທາງ e-mail ຫຼື ໂດຍການອັດສຽງ ຫຼື ເຮັດເປັນວິດີໂອ, ກັອບປີ້ບົດຮຽນໃຫ້ຜູ້ປົກຄອງສຳລັບນັກຮຽນທີ່ບໍ່ສາມາດຮຽນອອນລາຍໄດ້, ຜ່ານການສິດສອນອອນລາຍມາເປັນເວລາ 5 ວັນ ທາງໂຮງຮຽນສາມາດປະເມີນໄດ້ 85%.
ຂ່າວຈາກ: ປະຊາຊົນ