ໂຈຊົວ ກຽມລ້າງຕາກັບ ຢູຊິກ ໄຟທ໌ທີ 2 ລຸ້ນທວງແຊັມຄືນ

494

ແອນໂທນີ ໂຈຊົວ ນັກມວຍຊາວສະຫະຣາຊາອານາຈັກ ກຽມໃຊ້ເງື່ອນໄຂຂໍລ້າງຕາກັບ ໂອເລັກຊານເດີ ຢູຊິກ ນັກມວຍຊາວອູແກຣນ ຫຼັງຈາກເສຍສາຍແອວແຊັມ 3 ສະຖາບັນ ເມື່ອວັນເສົາທີ 25 ກັນຍາ ທີ່ຜ່ານມາ.

ຢູຊິກ ຄຸມເກມໄດ້ເໜືອກວ່າ ໂຈຊົວ ກ່ອນທີ່ຈະເປັນຝ່າຍເອົາຊະນະຄະແນນໄປ 11-112, 116-112 ແລະ 115-113.

ເອັດດີ ເຮິນ ຜູ້ຈັດການມວຍຂອງ ໂຈຊົວ ເປີດເຜີຍວ່າ: ໂຈຊົວ ຕ້ອງການຊີງສາຍແອວແຊັມ 3 ສະຖາບັນຫຼັກຄື ສະມາຄົມມວຍໂລກ ( WBA ), ອົງກອນມວຍໂລກ ( WBO ) ແລະ ສະຫະພັນມວຍນາໆຊາດ ( IBF ) ກັບຄືນ ແລະ ຈະມີການຂໍລ້າງຕາໂດຍດ່ວນຫຼັງກັບມາ.