ຕາມນີ້ ຈຸດກວດຫາເຊື້ອໂຄວິດ 19, ເປີດບໍລິການທຸກມື້ເດີ້ ແຕ່ມີພຽງພາກດຽວເທົ່ານັ້ນ

271

ໄລຍະນີ້ໃຜຮູ້ສຶກບໍ່ສະບາຍ, ມີໄຂ້, ໄອ, ເຈັບຫົວ, ເຈັບຄໍ, ຫາຍໃຈຢາກ, ບໍ່ຮູ້ກິ່ນ, ບໍ່ຮູ້ລົດຊາດ ຫຼື ພົບວ່າຕົນເອງເປັນຄົນໃກ້ຊິດດ ສໍາຜັດຜູ້ຕິດເຊື້ອ ຫຼື ຢູ່ໃນກຸ່ມສ່ຽງ ຮີບໄປກວດຫາເຊື້ອທັນທີເລີຍເດີ້ ພ້ອມກັບກັກບໍລິເວນຕົນເອງ 14 ວັນ ເພື່ອຕິດຕາມອາການ

ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ:
ຈຸດເກັບຕົວຢ່າງຄົງທີ່ ປະກອບມີ ຈຸດເກັບຕົວຢ່າງ ສະໝານກິລາໃນຮົ່ມ ບຶງຂະຫຍອງ, ຈຸດເກັບຕົວຢ່າງ ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ, ສາທາເມືອງນາຊາຍທອງ (ຢູ່ ບ້ານ ຫ້ວຍນ້ຳເຢັນ)

ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ ທິມເກັບຕົວຢ່າງເຄື່ອນທີ່:
ທິມເຄື່ອນທີ່ຂອງ ເມືອງ ໄຊທານີ ເຄື່ອນທີ່ຕາມຈຸດທີ່ມີການລະບາດ ພາຍໃນເມືອງ, ເມືອງ ສີສັດຕະນາກ ທີມເຄື່ອນທີ່ຕາມຈຸດທີ່ມີການລະບາດ, ເມືອງນາຊາຍທອງ ມີທິມເຄື່ອນໄປເກັບຕາມສູນຈຳກັດບໍລິເວນພາຍໃນເມືອງຕື່ມອີກ, ເມືອງສີໂຄດຕະບອງ ມີທີມເຄື່ອນທີ່ໄປຕາມເຂດທີ່ມີການລະບາດ

ທິມເຄື່ອນທີ່ຂອງ ນະຄອນຫຼວງ 2 ທິມ ເຄື່ອນທີໄປຊ່ວຍທຸກເມືອງເກັບຕົວຢ່າງຢູ່ບ່ອນທີ່ມີການລະບາດ
ທຸກທີມແມ່ນໃຫ້ບໍລິການທຸກວັນ ສໍາລັບພາກເຊົ້າເທົ່ານັ້ນ ເລີ່ມ 9:00–11:30 ໂມງ (ວັນຈັນ ເຖິງ ວັນອາທິດ).

ສຳລັບບັນດາແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.