ຄູ່ເອກ ຢູຟາ ຄືນນີ້, ປາຣິສ ວັດຄົມ ແມນຊິຕີ້ ຄາດ 11 ຕົວຈິງມີແຕ່ນັກເຕະລະດັບທ໊ອບທັ້ງນັ້ນ

536

ການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ລະດູການ 2021-2022 ຈະກັບມາແຂ່ງຂັນໃນຄືນນີ້ວັນທີ 28 ກັນຍາ 2021 ເຊິ່ງເປັນການນັດທີ 2 ຂອງຮອບແບ່ງກຸ່ມ ເຊິ່ງຄູ່ທີ່ໜ້າສົນໃຈທີ່ສຸດເປັນການພົບກັນລະຫວ່າງ ປາຣີສ ແຊງແຊກແມງ ທີມຍັກໃຫຍ່ໃນລີກເອິງ ຝຣັ່ງ ຈະເປີດບ້ານຮັບການມາຢາມຂອງ ແມນເຊັສເຕີ ຊິຕີ້ ທີມຍັກໃຫຍ່ໃນພຣີເມຍລີກ ອັງກິດ ເຊິ່ງກົງກັບເວລາ 2:00 ໂມງຂອງວັນທີ 29 ກັນຍາ 2021 ເວລາໃນບ້ານເຮົາ.

ຫຼ້າສຸດສື່ຕ່າງປະເທດຄາດ 11 ນັກເຕະຂອງທັງສອງທີມມີດັ່ງນີ້:
+ປາຣີສ ແຊງແຊກແມງ ໃຊ້ລະບົບ 4-3-3:
-ຜູ້ຮັກສາປະຕູ: ຈານລຸຍຈິ ດອນນາຣຸມມາ
-ກອງຫຼັງ: ອາຊຣາຟ ຮາຄິມີ, ອັບດູ ດິຢັລໂລ, ມາກິນຢອສ ແລະ ເພຣສແນລ ຄິມເພມເບ
-ກອງກາງ: ອິຣິສຊາ ດານາ ເກ, ເລອັນໂດຣ ປາເຣເດສ ແລະ ອັນເດຣ ເອເຣຣາ

-ກອງໜ້າ: ລິໂອເນລ ເມສຊີ, ຄີລິຢັນ ເອັມບັບເປ ແລະ ເນມາ
+ແມນເຊັສເຕີ ຊິຕີ້ ໃຊ້ລະບົບ 4-3-3

-ຜູ້ຮັກສາປະຕູ: ເອແດຊອນ
-ກອງຫຼັງ: ໄຄລ໌ ວອກເກີ, ຊູເອົາ ການເຊໂລ, ຣູເຢັນ ດິອາສ ແລະ ເອເມີຣິກ ລາປ໊ອກ
-ກອງກາງ: ໂຣດຣີ້, ແບນາໂດ ຊິລວາ ແລະ ເຄວິນ ເດິ ບຣອຍ

-ກອງໜ້າ: ຣິຢາດ ມາເຣຊ, ແຈກ ກຣີລິຊ ແລະ ແຟຣານ ຕໍເຣສ