ຄະນະສະເພາະກິດຢໍ້າ ຫາກທ່ານໄດ້ສໍາຜັດຜູ້ຕິດເຊື້ອ ຫຼື ຢູ່ໃນກຸ່ມສ່ຽງແຕ່ບໍ່ມີອາການກໍຕາມ ຂໍໃຫ້ໄປກວດທັນທີ

786

ໃນສະຖານະການແບບນີ້ ການເສບຂ່າວຢ່າງມີສະຕິກໍເປັນອີກວິທີໜຶ່ງໃນການຊ່ວຍໃຫ້ເຮົາບໍ່ວິຕົກກັງວົນ ແລະ ໄດ້ຮັບຂ່າວສານທີ່ມີມູນຄວາມຈິງ ຮັດໃຫ້ເຮົາປະຕິບັດ ແລະ ເຮັດສິ່ງຕ່າງໆຢ່າງຖືກຕ້ອງ ໂດຍສະເພາະໃນສື່ອອນລາຍທີ່ມີຂໍ້ມູນຫຼາຍໆຢ່າງ ທີ່ມີທັງຖືກຕ້ອງ ແລະ ບໍ່ຖືກຕ້ອງ ກ່ອນໜ້ານີ້ໄດ້ມີສື່ອອນລາຍອອກມາໃຫ້ຂໍ້ມູນວ່າ ຫາກບໍ່ມີອາການແມ່ນບໍ່ຄວນໄປກວດ ເພາະສ່ຽງຕິດເຊື້ອ ຕໍ່ບັນຫາດັ່ງກ່າວ

ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວວ່າ ຂ່າວຂໍຮຽກຮ້ອງໃຫ້ບັນດາທ່ານ ໃຫ້ຟັງຂ່າວຢ່າງມີສະຕິ ອັນໃດຄວນເຊື່ອ ແລະ ບໍ່ຄວນເຊື່ອ ເພາະປະຈຸບັນ ມີກະແສຂ່າວໃນສັງຄົມອອນລາຍ ບອກວ່າຖ້າບໍ່ມີອາການ ບໍ່ຄວນໄປກວດເດັດຂາດ ເຖິງຈະເປັນຜູ້ສໍາພັດໃກ້ສິດ ຫຼື ໃນກຸ່ມສ່ຽງກໍ່ຕາມ ເພາະວ່າອາດເຮັດໃຫ້ຜູ້ໄປກວດຕິດເຊື້ອ ເວລາກວດຊອກຫາເຊື້ອ.

ຂໍ້ມູນດັ່ງກ່າວບໍ່ແມ່ນຄວາມຈິງ! ປະຈຸບັນນີ້ ຜູ້ຕິດເຊື້ອທີ່ບໍ່ສະແດງອາການກໍ່່ມີຫຼວງຫຼາຍໃນທຸກໆປະເທດທີ່ມີການລະບາດ ແລະ ມີວິທະຍາສາດຢັ້ງຢືນ.
ຖ້າທ່ານສ່ຽງ ຫຼື ສໍາພັດໄກ້ຊິດກັບຜູ້ຕິດເຊື້ອ ທ່ານຈະມີອາການ ຫຼື ບໍ່ມີອາການກໍ່ຕາມ ຂໍໃຫ້ໄປກວດທັນທີ ແລະ ຈໍາກັດຕົນເອງຈົນຄົບ 14 ວັນ.

ທັງນີ້ກໍເພື່ອຄວາມປອດໄພຂອງເຮົາ ແລະ ຄົນໃກ້ຊິດຂອງເຮົາເອງ ແລະ ຂໍໃຫ້ທຸກຄົນ ພ້ອມໃຈກັນປະຕິບັດມາດຕະການນໍາກັນຢ່າງເຄັ່ງຂັດ ແລະ ເຕືອນປະຊາຊົນຜູ້ເສບຂ່າວໃຫ້ຕິດຕາມຂ່າວທາງການທີ່ເຊື່ອຖືໄດ້ເທົ່ານັ້ນ