ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ 471 ຄົນ, ໃນນັ້ນຄົນໃນຕະຫຼາດທົ່ງຂັນຄຳນະຄອນຫຼວງວຽງຈັນ 35 ຄົນ

592

ເບິ່ງລາຍລະອຽດຜູ້ຕິເຊື້ອໂຄວິດ 19 ມື້ນີ້ ເຊິ່ງລາມໄປຫຼາຍເຂດແລ້ວ ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກຖະແຫຼງວປະຈໍາວັນທີ 28 ກັນຍາ 2021 ພົບຜູ້ຕິດເຊື້ອໃໝ່ 500 ຄົນ, ນໍາເຂົ້າ 29 ຄົນ, ຊຸມຊົນ 471 ຄົນ ໂດຍມີລາຍລະອຽດດັ່ງນີ້

1 ນະຄອນຫຼວງ 363 ຄົນ
ພະນັກງານໂຮງງານ Trio 115 ຄົນ, ພະນັກງານໂຮງງານ Alpilao 1 ຄົນ, ໂຮງງານກຽນວິໄລ 3 ຄົນ
ບໍລິສັດຊີມັງ 1 ຄົນ (ເອື້ອຍຕິດເຊື້ອເຮັດວຽກຢູ່ໂຮງງງານ Trio), ພະນັກງານໂຮງໝໍມິດຕະພາບ 1 ຄົນ (ພະຍາບານພະແນກສຸກເສີນ), ວິທະຍາຄານການແພດກອງທັບ 1 ຄົນ, ຕະຫຼາດທົ່ງຂັນຄຳ 35 ຄົນ
ຕະຫຼາດອົດຊີ 2 ຄົນ, ຕະຫຼາດທ່າງງອນ 3 ຄົນ; ສ່ວນ ທີ່ເຫຼືອທີມງານກຳລັງສອບຖາມເອົາຂໍ້ມູນຕື່ມອີກ ລາຍລະອຽດຈະແຈ້ງຜ່ານທາງສື່ອອນລາຍພາຍຫຼັງ

2 ຫຼວງພະບາງ 29 ຄົນ
ເມືອງງອຍ ມີ 27 ຄົນ ບ້ານໜອງຂຽວ ມີ 21 ຄົນ (ອາຊີບ ພະນັກງານແພດ 02 ຄົນ, ຊາວສວນ 12 ຄົນ, ພະນັກງານຕໍາຫລວດ 02 ຄົນ, ນັກຮຽນ 02 ຄົນ, ພະນັກງານບໍານານ 02 ຄົນ ແລະ ພະນັກງານເຮັດວຽກຢູ່ຫ້ອງການພາຍໃນ 01 ຄົນ)
ບ້ານຫ້ວຍບໍ່ ມີ 03 ຄົນ (ທັງໜົດອາຊີບເປັນຊາວໄຮນາ), ບ້ານປາກບາກ ມີ 02 ຄົນ (ອາຊີບ ພະນັກງານຄູ ແລະ ເດັກ) ແລະ ບ້ານສົບຮຸນ ມີ 01 ຄົນ (ອາຊີບ ກໍາມະກອນ)
ເມືອງນໍ້າບາກ (ບ້ານຂັນເທີງ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ ກໍາມະກອນ
ເມືອງວຽງຄໍາ (ບ້ານໂພນຄໍາ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ ກໍາມະກອນ

3 ແຂວງວຽງຈັນ 12 ຄົນ ຊື່ງ ກ່ຽວພັນ ກັບ ງານເຮືອນດີ ໃນ ອາທິດຜ່ານມາ
ເມືອງໂພນໂຮງ ມີ 08 ຄົນ (ບ້ານນາໂພະລາດ ມີ 03 ຄົນ; ບ້ານໂພນໂຮງ ແລະ ບ້ານໂພນແກ້ວ ມີບ້ານລະ 02 ຄົນ; ບ້ານໂພນຫໍ ມີ 01 ຄົນ)
ເມືອງວັງວຽງ ມີ 04 ຄົນ (ບ້ານນາບອນ ມີ 02 ຄົນ; ບ້ານປາກເປະ ແລະ ບ້ານວຽງແກ້ວ ມີບ້ານລະ 01 ຄົນ)
4 ບໍ່ແກ້ວ 7 ຄົນ ເປັນ ກຳມະກອນ ຊາວພະມ້າ ທີ່ເຮັດວຽກຢູ່ ເຂດເສດຖະກິດພິເສດ
5 ຊຽງຂວາງ 1 ຄົນ

6 ບໍລິຄໍາໄຊ 3 ຄົນ ບ້ານສີວິໄລ, ເມືອງປາກຊັນ ມີລາຍງານ 02 ຄົນ ທັງໜົດເປັນຄອບຄົວດຽວກັນ ແລະ ກັກໂຕຢູ່ເຮືອນ ຊື່ງໄດ້ ສຳຜັດ ກັບຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 25 ກັນຍາ 2021.
ບ້ານທົ່ງນ້ອຍ, ເມືອງປາກຊັນ ມີລາຍງານ 01 ຄົນ ແລະ ກັກໂຕຢູ່ເຮືອນ ໄດ້ສໍາຜັດໃກ້ຊິດກັບຄົນ ຕິດເຊື້ອ ຜ່ານມາທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.
7 ໄຊສົມບູນ 13 ຄົນ ມາຈາກ ບ້ານຖໍ້າດິນ ເມືອງ ລ້ອງຊານ ພົວພັນ ກັບ ເຮືອນດີ
ບ້ານຖໍ້າດິນ, ເມືອງລ້ອງຊານ ມີ 12 ຄົນ ແລະ ສໍາຜັດໃກ້ຊິດກັບຄົນຕິດເຊື້ອຢູ່ບ້ານດຽວກັນ (ບ້ານຖໍ້າດິນ ທີ່ມາງານເຮືອນດີ) ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021
ບ້ານນໍ້າຄຸ້ຍ, ເມືອງລ້ອງຊານ ມີ 01 ຄົນ ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ມາເຮືອນດີຢູ່ບ້ານຖໍ້າດິນ ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

8 ຄຳມ່ວນ 19 ຄົນ 18 ຄົນ ຢູ່ເມືອງທ່າແຂກ ແລະ 1 ຄົນ ຢູ່ເມືອງເຊບັ້ງໄຟ
9 ສາລະວັນ 1 ຄົນ ບ້ານນາເຫຼັກ, ເມືອງສາລະວັນ ທີ່ໄດ້ພົວພັນໃກ້ຊິດກັບຄົນຕິດເຊື້ອເປັນຄົນໃນຄອບຄົວດຽວກັນ ຊື່ງ ໄດ້ລາຍງານໃນວັນທີ 26 ກັນຍາ 2021.
10 ສະຫວັນນະເຂດ 07 ຄົນ
ບ້ານໂພນໄຊ, ນະຄອນໄກສອນ ມີ 05 ອົງ ແມ່ນ ນັກບວດ ຊື່ງໄດ້ພົວພັນໃກ້ຊິດກັບຄົນ ຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 27 ກັນຍາ 2021.
ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ຄົນ, ເຈົ້າໜ້າທີ່ ທະຫານ) ທີ່ໄດ້ພົວພັນໃກ້ຊິດກັບກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.
ບ້ານສະພານໃຕ້, ນະຄອນໄກສອນ ມີ 01 ຄົນ, ເປັນກຸ່ມສ່ຽງ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ

11 ຈໍາປາສັກ 16 ຄົນ ປາກເຊ 13 ຄົນ ຈົວ 2 ອົງ, ໂຮງໝໍທະຫານແຂວງ 2 ຄົນ (ທະຫານ 1 ຄົນ, ແພດທະຫານ 1 ຄົນ)
ບາຈຽງ 2 ຄົນ (ກຳມະກອນ ນິຄົມ 01 ຄົນ) ແລະ ໂພນທອງ 1 ຄົນ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22.940 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.088 ຄົນ.