ການບໍລິຫານທຸລະກິດ SMEs ທ່າມກາງວິກິດໂຄວິດ-19

800

ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ນອກຈາກຈະມີຜົນກະທົບຕໍ່ສຸຂະພາບຂອງມະນຸດ ແລ້ວ ຍັງສົ່ງຜົນກະທົບຕໍ່ເສດຖະກິດ ຂອງທຸກປະເທດໃນທົ່ວໂລກອີກດ້ວຍ, ບັນດາທຸລະກິດໃຫຍ່, ກາງ, ນ້ອຍ ແມ່ນໄດ້ຮັບຜົນກະທົບທັງນັ້ນ, ຫຼາຍທຸລະກິດທີ່ມີທຶນໝູນວຽນໜ້ອຍ ຫຼື ບໍ່ມີທຶນສຳຮອງ ກໍໄດ້ລົ້ມລະລາຍໄປ, ບາງທຸລະກິດກໍເຮັດໄດ້ພຽງປະຄອງໄປໃນແຕ່ລະວັນ, ບາງທຸລະກິດກໍໄດ້ມີການປັບຕົວໃຫ້ເຂົ້າກັບສະຖານະການລະບາດ ເພື່ອເຮັດແນວໃດໃຫ້ທຸລະກິດຂອງຕົນສາມາດຂັບເຄື່ອນ ເຖິງຈະມີກຳໄລໜ້ອຍກໍດີກວ່າບໍ່ມີລາຍຮັບເລີຍ.


ມື້ນີ້ເຮົາຈະມາເວົ້າເຖິງ SMEs ເຊິ່ງເປັນທຸລະກິດທີ່ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວຈຳນວນຫຼາຍ ເຊິ່ງປັດຈຸບັນກໍາລັງໄດ້ຮັບຜົນກະທົບ ແລະ ສົ່ງຜົນໃຫ້ເກີດການວ່າງງານຈາກທຸລະກິດເຫຼົ່ານີ້ຈຳນວນຫຼາຍນັບແຕ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍສະເພາະຮ້ານອາຫານ ແລະ ທຸລະກິດທີ່ປິ່ນອ້ອມຂະແໜງການທ່ອງທ່ຽວ.

ເນື່ອງຈາກການຄົມມະນາຄົມຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ ຂອງຫຼາຍປະເທດໄດ້ປິດຕົວ, ໂຈະການອອກວີຊ່າໃຫ້ນັກທ່ອງທ່ຽວ ຫຼື ຈຳກັດການເຂົ້າ-ອອກ ທັງພາຍໃນປະເທດເອງ ແລະ ຕ່າງປະເທດ ເຮັດໃຫ້ການຈະລາຈອນ, ການຂົນສົ່ງສິນຄ້າຫຼຸດລົງ, ຄວາມຕ້ອງການງານດ້ານບໍລິການໃນຂະແໜງການຕ່າງໆຫຼຸດລົງ ດັ່ງນັ້ນສິ່ງຈະເຮັດໃຫ້ເຈົ້າຂອງທຸລະກິດຫຼຸດຈຳນວນພະນັກງານລົງ.

ຜູ້ບໍລິຫານ ຫຼື ເຈົ້າຂອງທຸລະກິດຄວນຮັບມືຢ່າງໃດ?
1. ຮວບຮວມຂໍ້ມູນຄວາມຕ້ອງການສິນຄ້າທີ່ຈຳເເປັນ ແຕ່ລະລາຍການໃຫ້ມີຄວາມຊັດເຈນ ເພື່ອໃຫ້ສາມາດຕັດສິນໃຈໃນການສັ່ງຊື້ທີ່ເໝາະສົມກັບຄວາມຕ້ອງການ, ສ່ວນສິນຄ້າທີ່ມີໃນສາງກໍຖືໂອກາດຈຳໜ່າຍແບບຫຼຸດລາຄາ ໂດຍປ່ຽນຈາກສິນຄ້າໃນສະຕັອກກາຍເປັນເງິນສົດ ເພື່ອນຳເງິນດັ່ງກ່າວມາແກ້ໄຂສະພາບຄ່ອງດ້ານການເງິນໃນທຸລກະກິດຂອງຕົນເອງ ທັງເປັນການຈັດການຄັງສິນຄ້າໃຫ້ເປັນລະບຽບ ແລະ ເຄຍພື້ນທີ່ເກັບສິນຄ້າ.

2. ຫຼຸດຄວາມຫຼາກຫຼາຍລາຍການຂອງສິນຄ້າ ທີ່ມີໃນສາງລົງ, ໃຫ້ມີຈຳນວນລາຍການໜ້ອຍລົງ ຈົ່ງໄວ້ແຕ່ລາຍການທີ່ສຳຄັນ ແລະ ຈຳເປັນທີ່ສຸດ ແລະ ຂາຍດີທີ່ສຸດໄວ້ ເພື່ອຫຼຸດຄ່າໃຊ້ຈ່າຍ ຫຼື ຫຼຸດຕົ້ນທຶນສະສົມໃນສິນຄ້າລົງ.

3. ປັບລະບົບການສັ່ງຊື້ສິນຄ້າກັບຜູ້ສະໜອງໃຫ້ມີຄວາມເໝາະສົມ ລວມເຖິງເຈລະຈາຕົກລົງເງື່ອນໄຂໃນການຊຳລະສິນຄ້າໃຫ້ສອດຄ່ອງກັບຮູບແບບໃນການສັ່ງຊື້, ທົບທວນວິທີການໃນການສັ່ງຊື້ຈາກລະບົບອັດຕະໂນມັດໃຫ້ຢູ່ໃນການຕັດສິນໃຈທີ່ເໝາະສົມ.

4. ຈັດສັນພະນັກງານທີ່ມີໜ້າທີ່ເຮັດວຽກກ່ຽວກັບກິດຈະກຳທີ່ຕ້ອງຢຸດດຳເນີນການເຊັ່ນ: ພະນັກງານຂາຍໜ້າຮ້ານ ທີ່ໃຫ້ບໍລິການລູກຄ້າ ເພາະຊ່ວງນີ້ຮັກສາໄລຍະຫ່າງ, ໃຫ້ມາເຮັດໜ້າທີ່ອື່ນ ຫຼື ຫັນມາເຮັດການຂາຍທາງອອນລາຍໃຫ້ຫຼາຍຂຶ້ນ.

[ຂໍ້ມູນ: tbs.tu.ac.th]