ນະຄອນຫຼວງວຽງຈັນຍັງໜ້າຫ່ວງ ຍອດຜູ້ຕິດເຊື້ອໃນຊຸມຊົນຍັງສູງ 363 ຈາກທັງໝົດຜູ້ຕິດເຊື້ອ 500 ຄົນ

467

ສະຖານະການໂຄວິດ19 ຍັງບໍ່ມີວີແວວຫຼຸດລົງ ມື້ນີ້ 28 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ 500 ຄົນ, ນໍາເຂົ້າ 29 ຄົນ, ຊຸມຊົນ 471 ຄົນ, ໃນນັ້ນຫຼາຍກວ່າໝູ່ ນະຄອນຫຼວງ 363 ຄົນ, ຮອງລົງມາແມ່ນ ຫຼວງພະບາງ 29 ຄົນ

ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກຖະແຫຼງວປະຈໍາວັນທີ 28 ກັນຍາ 2021 ວ່າ ມື້ນີ້ເຮົາໄດ້ເກັບຕົວຢ່າງທັງໆໝັດ 5.911 ຄົນ, ພົບຜູ້ຕິດເຊື້ອໃໝ່ 500 ຄົນ, ນໍາເຂົ້າ 29 ຄົນ ຈາກແຂວງ ສະຫວັນນະເຂດ 20 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ, ຈໍາປາສັກ 3 ຄົນ

ຊຸມຊົນ 471 ຄົນຈາກນະຄອນຫຼວງວຽງຈັນ 3 ຄົນ ຫຼວງພະບາງ 29 ຄົນ, ຄໍາມ່ວນ 19 ຄົນ, ຈໍາປາສັກ 16 ຄົນ, ໄຊສົມບູ 13 ຄົນ, ແຂວງວຽງຈັນ 12 ຄົນ, ບໍ່ແກ້ວ 7 ຄົນ, ສະຫວັນນະເຂດ 7 ຄົນ, ບໍລິຄໍາໄຊ 3 ຄົນ, ຊຽງຂວາງ 1 ຄົນ, ສາລະວັນ 1 ຄົນ

ມາຮອດມື້ນີ້ຍອດຜູ້ຕິດເຊື້ອສະສົມມີທັງໝົດ 22.941 ຄົນ, ເສຍຊີວິດສະສົມ 16 ຄົນ 5.088 ຄົນ