ໄດ້ແລ້ວ 4 ທີມສຸດທ້າຍລຸ້ນແຊັມຟຸດຊໍ ຊີງແຊັມໂລກ 2021

649

ການແຂ່ງຂັນກີລາຟຸດຊໍ ຊີງແຊັມໂລກ 2021 ທີ່ປະເທດລິທົວນີ ໄດ້ມາແລ້ວ 4 ທີມທີ່ຜ່ານເຂົ້າຮອບຮອງຊະນະເລີດ ຫຼັງຈາກທີ່ຮອບ 8 ທີມສຸດທ້າຍແຂ່ງຂັນສໍາເລັດໃນວັນທີ 27 ກັນຍາ 2021 ເຊິ່ງຜົນຮອບ 8 ທີມມີດັ່ງນີ້:
-ບຣາຊິນ 1-0 ໂມຣ໊ອກໂກ
-ອາກຊັງຕິນ 5-4 ຣັດເຊຍ
-ປ໊ອກຕຸຍການ 4-2 ແອັດສະປາຍ
-ຄາຊັກສະຖານ 3-2 ອີຣານ

ສ່ວນຮອບຮອງຊະນະເລີດຈະເລີ່ມແຂ່ງຂັນວັນທີ 29 ກັນຍາ 2021 ບຣາຊິນ ພົບ ອາກຊັງຕິນ, ສ່ວນອີກຄູ່ແຂ່ງຂັນໃນວັນທີ 30 ກັນຍາ ປ໊ອກຕຸຍການ ພົບ ຄາຊັກສະຖານ
-ບຣາຊິນ ເຄີຍຄວ້າແຊັມໂລກ 5 ສະໄໝ ( 1989, 1992, 1996, 2008 ແລະ 2012 )
-ອາກຊັງຕິນ ເຄີຍຄວ້າແຊັມໂລກ 1 ສະໄໝປີ 2016 ແລະ ຮອບຄັດເລືອກໂຊນອາເມຣິກາໃຕ້ 2020 ນັດຊີງຊະນະເລີດ ອາກຊັງຕິນ ເອົາຊະນະ ບຣາຊິນ 3-1
-ຄາຊັກສະຖານ ສ້າງປະຫວັດສາດເຂົ້າຮອບຮອງຊະນະເລີດເປັນຄັ້ງທໍາອິດ
-ປ໊ອກຕຸຍການ ເຄີຍຄວ້າອັນດັບ 3 ໃນປີ 2000 ແລະ ປີ 2016 ຄວ້າອັນດັບ 4