ບໍລິສັດ ໄຮຊັນ ໂກລໂບ (HiSun Global) ຮ່ວມມືກັບ ບໍລິສັດ ສີສເມຕິກ (Sysmatik IT Solution) ນໍາເອົາລະບົບບໍລິຫານທະນາຄານແບບດິຈິຕອລ ແລະ ເຕັກໂນໂລຊີ່ ຄໍແບັງຄິ້ງ ມາສູ່ຕະຫຼາດ ສປປ ລາວ

1346

ເດືອນກັນຍາ, ປີ 2021 ສປປ ລາວ: ບໍລິສັດ ໄຮຊັນ ໂກລໂບ (HiSun Global) ຜູ້ໃຫ້ບໍລິການທາງດ້ານທະນາຄານລະດັບໂລກໃນ ຮົງກົງ ໄດ້ປະກາດການການຮ່ວມມືພັນທະມິດພິເສດ (Exclusive alliance partnership) ກັບ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ (Sysmatik IT Solution Co., Ltd) ເຊິ່ງເປັນ ຜູ້ໃຫ້ບໍລິການທາງດ້ານໄອທີ ໂຊລູຊັ່ນຮອບດ້ານ ໃນ ສປປ ລາວ ພາຍໃຕ້ ກຸ່ມບໍລິສັດ ເອໄອເອັຟ (AIF Group).


ການຮ່ວມມືໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງເປົ້າໝາຍຂອງ HiSun Global ໃນການນໍາສະເໜີລະບົບທະນາຄານດິຈິຕອລ໌ ແລະ ເຕັກໂນໂລຊີ່ຄໍແບັງຄິ້ງ (Core banking technology) ທີ່ແຂງແກ່ງໃຫ້ແກ່ ສປປ ລາວ.HSG ແລະ Sysmatik ຈະຮ່ວມມືກັນສະໜອງ ໂຊລູຊັ່ນ ແພລັດຟອມ ເພື່ອທີ່ຈະຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ຄວາມຊັບຊ້ອນໃຫ້ແກ່ລູກຄ້າ, ຊ່ວຍປັບປຸງປະສິດທິພາບໃນການດໍາເນີນງານ ແລະ ຊ່ວຍສ້າງຄວາມສາມາດໃຫ້ລູກຄ້າໃນການສຸມໃສ່ການສະໜອງບໍລິການ ແລະ ສິນຄ້າຫຼັກຂອງຕົນ.

ໂອກາດໃນການສະໜັບສະໜູນການນໍາເຕັກໂນໂລຊີການທະນາຄານມາໃຊ້ເພີ່ມຂຶ້້ນ
ໃນຂົງເຂດປະເທດອາຊີ, ສາຂາການທະນາຄານມີຄວາມພ້ອມສຳລັບການປ່ຽນແປງເປັນຮູບແບບດິຈິຕອລ. ເມື່ອຫລາຍພາກສ່ວນກ້າວເຂົ້າສູ່ອຸດສະຫະກໍາການທະນາຄານດິຈິຕອລ໌, ທັງ Fintech Startup ແລະ ທະນາຄານຮູບແບບເກົ່າ, ການແຂ່ງຂັນກໍເພີ່ມຂຶ້ນເຊັ່ນດຽວກັນ. ເພື່ອນໍາເອົາໂຊລູຊັ່ນທີ່ມີປະສິດທິພາບມາສູ່ລູກຄ້າ, ທະນາຄານຈະຕ້ອງພັດທະນາຮູບແບບທຸລະກິດທີ່ມີປະສິດທິຜົນ ແລະ ຂະຫຍາຍຂະໜາດເພື່ອໃຫ້ຄວບຄຸມຕໍ່ຖານລູກຄ້າທັງໝົດ.
ໃນໄລຍະການລະບາດຂອງພະຍາດ ໂຄວິດ-19, ຜູ້ບໍລິໂພກຫັນມານໍາໃຊ້ໂທລະສັບມືຖື ແລະ ທາງເລືອກດິຈິຕອລໄວກວ່າທີ່ຜ່ານມາ,ໃນລະດັບແຖວໜ້າຂອງການປ່ຽນແປງດິຈິຕອລໃນອຸດສະຫະກໍາການທະນາຄານ, ປະສົບການຂອງລູກຄ້າ ແລະ ການຊ່ວຍເຫຼືອລູກຄ້າ (Client Experience and Customer Support) ຍັງເປັນກຸນແຈຂັບເຄື່ອນຫລັກສຳລັບການເຕີບໃຫຍ່ໃນຈຸດນີ້. ການຮ່ວມມືໄລຍະຍາວ ລະຫວ່າງ HSG ແລະ SMT ຄັ້ງນີ້ພະຍາຍາມຈະປັບປຸງປະສົບການທະນາຄານດິຈິຕອລໃຫ້ແກ່ປະຊາຊົນລາວ.


ທ່ານ ນາງ ທະນົງສິດ ເທບໂພເງິນ ຜູ້ອໍານວຍການ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ກ່າວວ່າ: “ເປົ້າໝາຍຮ່ວມກັນຂອງພວກເຮົາຄື ການເຕີບໃຫຍ່ໄປພ້ອມໆກັບລູກຄ້າຂອງພວກເຮົາ, ພວກເຮົາຈະນໍາສະເໜີນະວັດຕະກໍາຜະລິດຕະພັນ ພ້ອມທັງພັດທະນາແພລັດຟອມ ແລະ ສະໜັບສະໜູນການຊ່ວຍເຫຼືອລູກຄ້າ ຢ່າງຕໍ່ເນື່ອງ. ໃນຂະນະທີ່ຂົງເຂດພາກພື້ນອາຊີ ກຳລັງກະກຽມຕົນເອງສຳລັບການຂັບເຄື່ອນຄື້ນລູກຕໍ່ໄປຂອງທະນາຄານດິຈິຕອລ ແລະ ໂຊລູຊັ່ນ fintech ໃໝ່, ພວກເຮົາຈຶ່ງຕ້ອງການທີ່ຈະກ້າວເຂົ້າມາມີສ່ວນຮ່ວມ ແລະ ຂັບເຄື່ອນຄື້ນລູກນີ້ເຊັ່ນດຽວກັນ, ແຕ່ວ່າບໍ່ສະເພາະແຕ່ການເພີ່ມຄວາມພ້ອມຂອງເຕັກໂນໂລຊີເທົ່ານັ້ນ, ພວກເຮົາຍັງໃຫ້ການສະໜັບສະໜູນ ແລະ ຄໍາແນະນໍາທີ່ຈໍາເປັນໃນໄລຍະການຮອງຮັບເອົາການປັບໃຊ້ນີ້ອີກດ້ວຍ”
ຂະຫຍາຍຕົວຕົນຂອງ HSG ເພື່ອຍົກລະດັບທະນາຄານດິຈິຕອລໃຫ້ແກ່ປະຊາຊົນລາວຫຼາຍຂຶ້ນ.

ການຮ່ວມມືພັນທະມິດພິເສດ ກັບ ບໍລິສັດ ສີສເມຕິກ ບໍ່ແມ່ນການເລີ່ມຕົ້ນຄັ້ງທຳອິດຂອງ HSG ໃນຕະຫລາດ ສປປ ລາວ, ໃນຕົ້ນເດືອນ ມິຖຸນາ 2021 ນີ້, HSG ໄດ້ຮ່ວມມືກັບທະນາຄານທີ່ໃຫຍ່ທີ່ສຸດໃນ ສປປ ລາວ ເຊິ່ງແມ່ນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ເພື່ອເປີດນໍາໃຊ້ລະບົບຄໍແບັງຄິ້ງລຸ້ນໃໝ່ ໃນ ສປປ ລາວ ເຊິ່ງໂຄງການນີ້ ເປັນການລົງທຶນຂະໜາດໃຫຍ່ຄັ້ງທຳອິດຂອງບໍລິສັດ ທີ່ໄດ້ຈັດຕັ້ງປະຕິບັດໃນ ສປປ ລາວ. ທັງສອງຝ່າຍໄດ້ເຮັດວຽກຮ່ວມກັນເພື່ອປັບເຕັກໂນໂລຊີ retail and corporate banking ໃຫ້ແທດເໝາະກັບການດໍາເນີນທຸລະກິດໃນທ້ອງຖິ່ນ ເພື່ອນຳສະເໜີໂຊລູຊັ່ນທີ່ມີປະສິດທິພາບໃຫ້ແກ່ລູກຄ້າ. ການນໍາໃຊ້ Hi Sun Banking Suite (HBS) ທີ່ເຂົ້າກັນໄດ້ກັບ API, ເຮັດໃຫ້ໂຊລູຊັ່ນ ຄໍແບ້ງຄິ້ງ ຂອງ BCEL ສາມາດເຂົ້າສູ່ຕະຫຼາດໄດ້ຢ່າງໄວວາ ແລະ ປະສົບຜົນສຳເລັດສູງ.

HSG ໄດ້ສ້າງຕົວເອງໃນຖານະຜູ້ໃຫ້ບໍລິການໃນຂະແໜງການທະນາຄານລະດັບໂລກ ໄດ້ດໍາເນີນໂຄງການຫຼາຍໂຄງການເພື່ອເຮັດໃຫ້ລະບົບທະນາຄານເປັນດິຈິຕອລໃນພູມມີພາກ. ໂຄງການທີ່ໂດດເດັ່ນບາງໂຄງການໄດ້ແກ່: Two pioneers launched in the virtual bank stratosphere in Hong Kong, ແລະ ການຮ່ວມມືກັບ Oriental Bank and Baker Tilly ຢູ່ປະເທດກຳປູເຈຍ.
ທ່ານ ນາງ Sisi Yu ຜູ້ອໍານວຍການ ຝ່າຍພັດທະນາຊ່ອງທາງການຕະຫຼາດ ແລະ ການຕະຫລາດລະດັບພູມມີພາກ ໄດ້ກ່າວວ່າ: “ພວກເຮົາມີຜົົນສໍາເລັດໃນອັດຕາສ່ວນ 100% ສໍາລັບລະບົບຄໍແບັງຄິ້ງຂອງພວກເຮົາ. ຜ່ານການຮ່ວມມືກັນແຕ່ລະຄັ້ງ, ພວກເຮົາເຂົ້າໃຈຕະຫຼາດຫຼາຍຂຶ້ນເລື້ອຍໆ, ວິທີທາງທີ່ຜູ້ຄົນປັບຕົວ ແລະ ສື່ສານກັນ, ແລະ ວິທີທາງທີ່ພວກເຮົາສາມາດປັບປຸງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາແນວໃດ ເພື່ອສ້າງປະສົບການທີ່ເນັ້ນລູກຄ້າເປັນສູນກາງຢ່າງແທ້ຈິງ ເຊິ່ງຍັງຊ່ວຍເພີ່ມປະສິດທິພາບໃນການດຳເນີນງານອີກດ້ວຍ. ໂຊລູຊັ່ນແບບ end-to-end ຂອງເຮົາດູແລທຸກຢ່າງ ຕັ້ງແຕ່ຄູ່ຄ້າໂດຍກົງໄປຈົນເຖິງລູກຄ້າ, ໝູ່ເພື່ອນ ແລະ ຄອບຄົວຂອງລູກຄ້າ. ສິ່ງຕ່າງໆເຫຼົ່ານີ້ໄດ້ສ້າງສະພາບແວດລ້ອມລະບົບນິເວດ (Ecosystem) ທັງໝົດທີ່ພວກເຮົາຕ້ອງການໃຫ້ບໍລິການ ແລະ ຊ່ວຍເຫຼືອໂດຍຜ່ານເສັ້ນທາງສູ່ດິຈິຕອລ.

ດ້ວຍປະສົບການຫລາຍກວ່າ 23 ປີ ແລະ ຖານລູກຄ້າການທະນາຄານທີ່ມີຢູ່ຫລາຍກວ່າ 50 ປະເທດ, HSG ໄດ້ນຳສະເໜີໂຊລູຊັ່ນແບບ “turn-key” ທີ່ຫຼາກຫຼາຍ, ຕອບສະໜອງຕາມຄວາມຕ້ອງການຮອບດ້ານໃນດ້ານການຊຳລະເງິນ, ການທະນາຄານ, ການເງິນ, ການບໍລິຫານທຸລະກິດ ແລະ fintech. ໄດ້ແກ່ ລະບົບ ຄໍແບັງຄິ້ງ, ລະບົບ ອີເລັກໂຕຣນິກແບັງຄິ້ງ (E-Banking), Customer 360, ການຊໍາລະເງິນ ແລະ ເງິນກູ້.