ເມືອງງາ ແຂວງອຸດົມໄຊ ພົບການລະບາດຂອງບົ້ງຝູງ ແລະ ເຊື້ອພະຍາດຜິວຫນັງອັກເສບ ງົວ-ຄວາຍ

830

ເມືອງງາແຂວງອຸດົມໄຊ ໄດ້ກຳນົດເອົາການປູກຝັງ ແລະ ລ້ຽງສັດໃຫຍ່ ເພື່ອເປັນສິນຄ້າສົ່ງອອກພາຍໃນ ແລະ ຕ່າງປະເທດ ເຊິ່ງປີ 2021 ນີ້ ປະຊາຊົນ ເມືອງງາ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ ການປູກ-ການລ້ຽງ ເປັນທາງເລືອກໃນການພັດທະນາເສດຖະກິດຄອບຄົວ ໂດຍສະເພາະແມ່ນ ການປູກເຂົ້າ ແລະ ລ້ຽງງົວ ໃນນັ້ນ ພົ້ນເດັ່ນແມ່ນການປູກເຂົ້ານາແຊງມີອັດຕາສ່ວນເພີ່ມຂຶ້ນ ແລະ ໄດ້ຮັບຜົນຜະລິດຕາມລະດັບຄາດຫມາຍ.

ສ່ວນການປູກເຂົ້ານາປີ ກໍມີອັດຕາການຂະຫຍາຍເນື້ອທີ່ເພີ່ມຂຶ້ນເຊັ່ນດຽວກັນ ຄາດຄະເນຜົນຜະລິດເຂົ້າຢູ່ເມືອງງາປີນີ້ໃຫ້ໄດ້ 3,5 ເຖິງ 4 ໂຕນຕໍ່ເຮັກຕາ ແລະ ການລ້ຽງສັດໃຫຍ່ ປະຊາຊົນ ເລັ່ງໃສ່ໃນການປູກຫຍ້າເປັນພື້ນຖານໃນການຮອງຮັບໃຫ້ແກ່ການລ້ຽງງົວ. ມາຮອດປັດຈຸບັນ ການປູກເຂົ້າເນີນສູງ ແລະ ການລ້ຽງງົວ ເກີດມີຜົນກະທົບຢູ່ບາງເຂດ ຈາກການລະບາດຂອງບົ້ງຝູງ ແລະ ເຊື້ອພະຍາດຜີວຫນັງອັກເສບສັດໃຫຍ່.


ທ່ານ ຄຳຈັນ ສີລິສຸກ ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງງາ ກ່າວວ່າ: ເຂົ້າເນີນສູງ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງບົ້ງຝູງ ມີ 2 ບ້ານ ຄື: ບ້ານແສນໄຊ ແລະ ບ້ານຫ້ວຍລຽງ ເຊິ່ງ 95% ຂອງເຂົ້າ ແມ່ນຖືກບົ້ງຝູງທຳລາຍ ສ່ວນການລ້ຽງງົວ ຂອງປະຊາຊົນ ກໍໄດ້ກຳນົດເອົາເຂດຈຸດສຸມ ບ້ານຫ້ວຍໄລ່ ເປັນຈຸດຫລັກໃນການລ້ຽງ ໂດຍຊຸກຍູ້ໃຫ້ປະຊາຊົນປູກຫຍ້າເພື່ອເປັນພື້ນຖານໃຫ້ແກ່ການຮອງຮັບທາງດ້ານອາຫານສັດ ເມື່ອປູກຫຍ້າຂຽວງາມແລ້ວ ມີປະຊາຊົນຈຳນວນຫນຶ່ງຍັງຂາດແຫລ່ງທຶນເພື່ອຊື້ງົວມາລ້ຽງ.

ເຖິງຢ່າງໃດກໍຕາມພາກສ່ວນທີ່ກ່ຽວຂ້ອງໄດ້ຄົ້ນຄວ້າ ແລະ ກະກຽມຊອກຫາແຫລ່ງທຶນ ເພື່ອມາແກ້ໄຂຫາທາງອອກແລ້ວ ແຕ່ສິ່ງທ້າທາຍໃນປັດຈຸບັນເຂດດັ່ງກ່າວ ເປັນເຂດທີ່ມີການລະບາດຂອງເຊື້ອພະຍາດຜີວຫນັງອັກເສບ ງົວ-ຄວາຍ ຢູ່ບັນດາບ້ານທີ່ຢູ່ໃກ້ກັບແມ່ນ້ຳຂອງ ເຊິ່ງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງງາ ກໍໄດ້ລາຍງານຫາຂະແຫນງລ້ຽງສັດຂັ້ນແຂວງ ເພື່ອຂໍການຊ່ວຍເຫຼືອຢາປິ່ນປົວ ແລະ ວິຊາການຫ້ອງການກະສິກຳ ແລະ ປ່າໄມ້ ເມືອງງາ ກໍໄດ້ມີການກະກຽມຮັບມືກັບເຊື້ອພະຍາດຊະນິດອື່ນໆທີ່ຈະເກີດຂຶ້ນ ໂດຍສະເພາະແມ່ນພະຍາດທ້ອງເບັງ, ປາກເປື່ອຍລົງເລັບ.

ທ່ານ ຄຳຈັນ ສີລິສຸກ ຫົວຫນ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງງາ ກ່າວຕື່ມອີກວ່າ: ເຖິງວ່າປີນີ້ ການປູກ-ການລ້ຽງ ບາງປະເພດຈະໄດ້ຮັບຜົນກະທົບໃນດ້ານຕ່າງໆກໍຕາມ ແຕ່ຍັງມີພືດບາງຊະນິດ ທີ່ປະຊາຊົນສຸມໃສ່ປູກພົ້ນເດັ່ນແລະແຜ່ຫລາຍ ໂດຍສະເພາະແມ່ນ ການປູກມອນ-ລ້ຽງມ້ອນ, ການປູກມັນຕົ້ນ ແລະ ອື່ນໆ.