ສົ່ງກໍາລັງໃຈດ້ວຍການໂຫວດໃຫ້ ຫນຸ່ມວຽງຄໍາ ເບີ20 ທີ່ຈະເປັນຕົວແທນຊາຍງາມລາວໃນເວທີສາກົນ

796

ຕ້ອງໂຫວດກັນແລ້ວ ໃຫ້ກັບຕົວແທນຊາຍງາມລາວ ເຈົ້າຂອງຕໍາແໜ່ງ Mister Model Laos 2021 ວຽງຄໍາ ຈັນທະວົງສາ ຫຼື ວຽງ ຕົວແທນຊາຍລາວ ພ້ອມແລ້ວບິນລັດຟ້າໄປປະກວດຊາຍງາມໃນເວທີລະດັບສາກົນ ເຊິ່ງເປັນຄວາມພາກພູມໃຈຂອງຄົນລາວ ຊ່ວຍໂຫວດໃຫ້ໜຸ່ມວຽງແດ່ເດີ້ ເບີ 20 ເຂົ້າໄປທີ່ເພຈ Mister Model Laos ແລ້ວຈະມີລິ້ງໃຫ້ໂຫວດເລີຍ.

ເຊິ່ງໃກ້ກໍານົດເວລາເດີນທາງໃກ້ເຂົ້າມາຢ່າງເຕັມທີແລ້ວ ຊ່ວຍເຊຍເປັນກຳລັງໃຈໃຫ້ Mister Model Laos2021 ເຊິ່ງຈະເດີນທາງ ວັນທີ 30 ກັນຍາ 2021 ນີ້  ແມ່ນຫນຸ່ມວຽງຕ້ອງອອກເດີນທາງມຸ່ງໜ້າສູ່ເວທີປະກວດ Mister Model International Pageant ທີ່ ປະເທດສາທາລະນະລັດ ໂດມິນິກັນ (Dominican Republic PuntaCana) ທີ່ຈະຈັດຂຶ້ນໃນວັນທີ 2-9 ຕຸລາ 2021ນີ້.

ຫນຸ່ມວຽງ ດີກຣີເຈົ້າຂອງຕໍາແຫນ່ງມວຍຈີນ (ລໍາມວຍຈີນ) ໄດ້ອັບດັບ1 ມາເຖິງ 2ລາຍການ ຄວາມຫລໍ່ ຫຸ່ນດີແມ່ນບໍ່ເປັນສອງຮອງໃຜຫນຸ່ມຄົນນີ້ ໄດ້ຮັບຕໍາແຫນ່ງ Mister Model Laos2021 ຄົນຫຼ້າສຸດ ປັດຈຸບັນ ອາຍຸ 23 ປີ, ກໍາລັງສຶກສາຕໍ່ຢູ່ ສປຈີນ ແລະ ເປັນເທຣນເນີສອນອອກກໍາລັງກາຍອີກດ້ວຍ.

ປະຈຸບັນ ແມ່ນເປັນເທຣນເນີ້ ກໍາລັງຮຽນ ແລະ ຫາປະສົບການໄປເລື້ອຍໆເພື່ອນຳມາພັດທະນາຕົວເອງ ແລະ ມີຄະຕິປະຈໍາໃຈຢູ່ວ່າ “ເຖິງແມ່ນວ່າຈະລົ້ມຈັກເທື່ອກໍຈະລຸກຂຶ້ນ ແລະ ກ້າວຕໍ່ໄປ ພັດທະນາຕົນເອງຢ່າງບໍ່ຢຸດຢ່ອນ ເພື່ອໃຫ້ໄປຮອດເປົ້າໝາຍທີ່ຕົນເອງຕັ້ງໄວ້”

ໜຸ່ມວຽງບອກວ່າ ຄວາມສາມາດ ກໍຄື ດ້ານກິລາບໍ່ວ່າຈະເປັນເຕະບານ, ຕີບານ, ຕີດອກ ແລະ ມວຍຈີນທີ່ຕົນໄດ້ຝຶກມາເປັນເວລາດົນ ເພື່ອຢາກໂຊອອກສູ່ສາຍຕາທຸກຄົນ ແລະ ໄວລຸ້ນລາວເຮົາໄດ້ເຫັນ ມີຈຸດເດັ່ນ ບໍ່ວ່າຈະເປັນຫຸ່ນ, ບຸກຄະລິກກະພາບ ແລະ ຄວາມສາມາດ.

ຫນຸ່ມວຽງ ເຄີຍໃຫ້ສໍາພາດວ່າ: ໄດ້ມີການກຽມຕົວຫລາຍສົມຄວນ ເຊິ່ງຫຼັກໆເລີຍກໍຈະເປັນທາງດ້ານຫຸ່ນ, ພາສາ ແລະ ຄວາມສາມາດ ສ່ວນທີ່ຜ່ານມາກໍແມ່ນເຄີຍເດີນແບບເພື່ອການກຸສົນ ເພື່ອນຳເອົາເງິນໄປຊ່ວຍເຫຼືອໂຮງຮຽນ ແລະ ເດັກນ້ອຍ ສໍາລັບກິດຈະກຳຍາມວ່າງທີມັກເຮັດກໍຈະເຂົ້າສູນອອກກໍາລັງກາຍ ແລະ ຫຼິ້ນກິລາອື່ນໆ ໃນຮູບແບບຂອງການແຕ່ງໂຕກໍຈະລຽບງ່າຍ ຂຶ້ນກັບງານທີ່ເຮົາຈະໄປ ຖ້າເປັນງານທີ່ທາງການແນ່ກໍຈະແຕ່ງໂຕສຸພາບຮຽບຮ້ອຍ ແລະ ທີ່ຜ່ານມາກໍເຄີຍມີຜົນງານບໍ່ວ່າຈະເປັນເດີ່ນແບບ, ຖ່າຍໂຄສະນາ, ຣີວິວສິນຄ້າ ແລະ ອື່ນໆ.

ສຸດທ້າຍນີ້ ຂໍຝາກແຟນໆເວທີຊາຍງາມທຸກຄົນຊ່ວຍເຊຍ, ຊ່ວຍໂຫຍດ ແລະ ເປັນກໍາລັງໃຈໃຫ້ຫນຸ່ມຄົນນີ້ໃນເວທີລະດັບສາກົນດ້ວຍ ໃນການເປັນຕົວແທນຂອງລາວ ທີ່ຈະນໍາຄວາມເປັນລາວໄປປເຜີຍແຜ່ໃນເວທີສາກົນ ຝາກຕິດຕາມທຸກຜົນງານການເຄື່ອນໄຫວ ຂອງຫນຸ່ມວຽງຄໍາ ຈັນທະວົງສາ ໃນການເຄື່ອນໄຫວປະຕິບັດຫນ້າທີ່ອັນຊົງກຽດນີ້ດ້ວຍ ເຟສບຸກສ່ວນຕົວ Vieng Chanthavongsa ແລະ ເພຈ Mister Model Laos.