ເຈົ້າແຂວງ ໄຊຍະບູລີ ຊີ້ນໍາວຽກງານຮອບດ້ານຢູ່ເມືອງ ໄຊສະຖານ ໂດຍເນັ້ນສຸມໃສ່ປະຕິບັດ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ,

591

ໃນວັນທີ 27 ກັນຍາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຊີ້ນໍາວຽກງານຮອບດ້ານຢູ່ເມືອງ ໄຊສະຖານ ໃຫ້ການຕ້ອນຮັບໂດຍ ທ່ານ ສີສະໝອນ ນາມວົງ ວ່າການເຈົ້າເມືອງ ໄຊສະຖານ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ.

ທ່ານ ສີສະໝອນ ນາມວົງ ໄດ້ລາຍງານວຽກງານທີ່ພົ້ນເດັ່ນໃນໄລຍະ 9 ເດືອນຜ່ານມາວ່າ:  ໂດຍລວມແລ້ວ ເມືອງ ໄຊສະຖານ ແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໄລຍະຜ່ານມາການນໍາທຸກພາກສ່ວນຂອງເມືອງແມ່ນໄດ້ເອົາໃຈໃສ່ນໍາພາພັດທະນາເສດຖະກິດຂອງເມືອງ ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ, ເສດຖະກິດຂະຫຍາຍຕົວໃນລະດັບ 6,8 % , ລວມຍອດລາຍຮັບ 101,47 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 6,22 ລ້ານກີບ ຫຼື ເທົ່າກັບ 778 ໂດລາສະຫະລັດ.

ບັນດາໂຄງການລົງທຶນຂອງລັດ ແລະ ເອກະຊົນໄດ້ຮັບການຊຸກຍູ້ສົ່ງເສີມຢ່າງຕໍ່ເນື່ອງ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 1.485,8 ລ້ານກວາກີບ, ປະຕິບັດລາຍຈ່າຍໄດ້ 1.155,03 ລ້ານກວ່າກີບ ໄດ້ຊຸກຍູ້ການປູກພືດລະດູແລ້ງຜ່ານມາ ປີ 2021 ມີ 43,65 ເຮັກຕາ, ຜົນຜະລິດ 193,6 ໂຕນ, ປູກພືດລະດູຝົນໄດ້ 4.876,25 ເຮັກຕາ, ຄາດຄະເນຜົນຜະລິດ 9.220,23 ໂຕນ, ພ້ອມທັງສົ່ງເສີມການລ້ຽງສັດປະເພດ ງົວ-ຄວາຍ, ແບ້, ໝູ ແລະ ສັດປີກ.

ສໍາລັບວຽກງານຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ແມ່ນໄດ້ເຂົ້ມງວດໃນການຈັດຕັ້ງປະຕິບັດບັນດາມາດຕະການເປັນຕົ້ນແມ່ນໄດ້ຕັ້ງຈຸດກວດຄົນເຂົ້າ-ອອກເມືອງ, ກໍານົດສູນກັກກັນແຮງງານທີ່ກັບຈາກປະເທດໄທ, ລົງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວໃຫ້ປະຊາຊົນໄດ້ຖົ່ວເຖິງ.

ໂອກາດດັ່ງກ່າວທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍໄດ້ໂອ້ລົມ ພ້ອມທັງໄດ້ເໜັ້ນໜັກໃຫ້ການນໍາຂອງເມືອງເອົາໃຈໃສ່ຮັກສາຄວາມສາມັກຄີໃຫ້ເປັນປືກແຜ່ນ, ກໍາໃຫ້ໄດ້ຈຸດພິເສດຂອງປະຊາຊົນຢູ່ແຕ່ລະທ້ອງຖິ່ນ, ສືກສາອົບຮົມການເມືອງ-ແນວຄິດຂອງພະນັກງານໃຫ້ໜັກແໜ້ນ ແລະ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ກັບພະນັກງານ ແລະ ປະຊາຊົນ; ສຸມໃສ່ປະຕິບັດ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ, ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນເມືອງ, ລົງປຸລະດົມປະຊາຊົນບໍ່ໃຫ້ມີການເຊື່ອຖືແບບງົມງວາຍ, ເອົາໃຈໃສ່ຊີ້ນໍາກໍາລັງປະກອບອາວຸດໃນການລາດຕະເວນ ແລະ ຮັກສາຊາຍແດນຢ່າງເປັນປົກກະຕິ, ລົງຕິດຕາມຊຸກຍູ້ປະຊາຊົນເກັບກູ້ພືດລະດູປີໃຫ້ສໍາເລັດ ແລະ ກະກຽມແກ່ການຜະລິດລະດູແລ້ງ, ສືບຕໍ່ເຝົ້າລະວັງການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍຕິດຕາມແຮງງານລາວທີ່ກັບຈາກປະເທດເພື່ອນບ້ານໃຫ້ເຂົ້າສູນກັກກັນ, ຕິດຕາມຄົນເຂົ້າ-ອອກເມືອງຢ່າງເປັນປົກກະຕິ ຮັບປະກັນບໍ່ໃຫ້ມີການຕິດເຊື້ອເກີດຂຶ້ນພາຍໃນເມືອງຢ່າງເດັດຂາດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ