ໂຮງໝໍສູນກາງ ແລະ ທ້ອງຖິ່ນ ໄດ້ຮັບລົດນຳສົ່ງຄົນເຈັບ ເພື່ອບໍລິການດ້ານສຸຂະພາບ ເຊິ່ງໄດ້ມອບ-ຮັບ ໃນວັນທີ27ກັນຍາ

976

ພິທີມອບ-ຮັບ ລົດນໍາສົ່ງຄົນເຈັບ ອາບູແລ້ນ (Ambulances) ຈໍານວນ 50 ຄັນ ລວມມູນຄ່າທັງໝົດ 2.700.000 ໂດລາສະຫະລັດ(USD) ໃຫ້ແກ່ບັນດາໂຮງໝໍສູນກາງ ແລະ ໂຮງໝໍຊຸມຊົນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ 2021 ທີ່ກະຊວງສາທາລະນະສຸກ ໂດຍການມອບຂອງທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາທ່ານຕາງໜ້າແຕ່ລະແຂວງຈາກສາທາລະນະສຸກເຂົ້າຮ່ວມ.


ທ່ານ ສະໜອງ ທອງຊະນະ ໄດ້ກ່າວວ່າ: ຈໍານວນລົດທີ່ນໍາມາມອບໃນຄັ້ງນີ້ແມ່ນທຶນກູ້ຢືມຂອງລັດຖະບານ ຈາກທະນາຄານພັດທະນາອາຊີ, ຊຶ່ງມະຕິຂອງກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ ໄດ້ກໍານົດແນວທາງສາທາລະນະສຸກ ໄວ້ວ່າ: ຖືເອົາການປິ່ນປົວ ແລະ ສະໜອງບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບເປັນສຳຄັນ. ປະຕິຮູບສາທາລະນະສຸກ ຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບທີ່ດີ ທີ່ຖືເອົາຄົນເປັນໃຈກາງ ໂດຍໃຫ້ບໍລິການທີ່ມີຄຸນນະພາບ ວຽກງານຈຸດສຸມປະຕິຮູບສາທາລະນະສຸກໄລຍະ III (2021-2025), ແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX (2021-2025) ຕາມ 8 ແຜນງານ, 48 ແຜນງານຍ່ອຍ ແລະ 139 ໂຄງການ ແມ່ນແນໃສ່ບັນລຸເປົ້າໝາຍການປົກຄຸມສຸຂະພາບທົ່ວປວງຊົນ ດ້ວຍການຍົກລະດັບຄຸນນະພາບຂອງການບໍລິການ ຫັນເປັນທັນສະໄໝ, ຮັບປະກັນໃຫ້ທຸກຄົນ ໄດ້ເຂົ້າເຖິງການບໍລິການ ໃນເວລາເຈັບເປັນໂດຍຫຼີກເວັ້ນບັນຫາດ້ານການເງິນ ໄປຄຽງຄູ່ກັບການສ້າງເງື່ອນໄຂກຸ້ມຕົນເອງເທື່ອລະກ້າວ ຕາມທິດທີ່ຍືນຍົງໂດຍບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງ.


ປີ 2021 ແມ່ນ ປີທໍາອິດໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ແຜ່ລາມໄປຫຼາຍແຂວງ ແລະ ເປັນໄພອັນຕະລາຍຮ້າຍແຮງຕໍ່ການຈັດຕັ້ງປະຕິບັດການບໍລິການທາງດ້ານການແພດຢູ່ໂຮງໝໍລະດັບຕ່າງໆໃນທົ່ວປະເທດແມ່ນມີຕົວເລກບໍລິການທີ່ຫຼຸດລົງ, ການເຂົ້າເຖິງການບໍລິການ ສາທາລະນະສຸກຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ການນຳສົ່ງຄົນເຈັບ ບໍ່ວ່າຈະເປັນການນຳສົ່ງແມ່ຍິງຖືພາ ທີ່ມີບັນຫາ, ແມ່ຍິງເກີດລູກຕົກເລືອດ, ເດັກເຈັບ, ອຸບັດຕິເຫດທ້ອງຖະໜົນ ແລະ ອື່ນໆ ທີ່ຈະນຳສົ່ງຈາກໂຮງໝໍໜຶ່ງໄປຫາໂຮງໝໍອື່ນທີ່ມີການບໍລິການທີ່ສູງກວ່າ ຍັງເປັນບັນຫາຫຼາຍສົມຄວນຍ້ອນບໍ່ມີພາຫະນະນຳສົ່ງທີ່ເໝາະສົມ, ອັນທີ່ມີກໍເກົ່າ ເຮັດໃຫ້ມີການເສຍຊີວິດ ໃນໂຮງໝໍ ແລະ ໃນລະຫວ່າງການນຳສົ່ງມີຕົວເລກສູງ.


ດັ່ງນັ້ນ,ພັກ ແລະ ລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນ ແລະ ຕ້ອງແກ້ໄຂຢ່າງຮີບດ່ວນ ຈຶ່ງໄດ້ຕົກລົງແກ້ໄຂການເຂົ້າເຖິງການບໍລິການຂອງປະຊາຊົນ ແລະ ຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ຍິງຖືພາ ແລະ ເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ຈຶ່ງໄດ້ກູ້ຢືມຈາກທະນາຄາານພັດທະນາອາຊີ ເພື່ອຈັດຊື້ ລົດ Ambulances ເພື່ອສະໜອງໃຫ້ບັນດາໂຮງໝໍຊຸມຊົນໃນທົ່ວປະເທດ, ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ເພື່ອເປັນການປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຈຶ່ງບໍ່ອາດຈັດພິທີມອບຮັບເວລາດຽວໄດ້ ຈະເຮັດໃຫ້ມີຄົນຫຼາຍ ຈຶ່ງໄດ້ແບ່ງພິທີຮັບເປັນ 2 ຄັ້ງຄື: ຄັ້ງທີ 1 ແມ່ນ ວັນຈັນທີ 27 ກັນຍາ 2021 ແລະ ຄັ້ງທີ 2 ແມ່ນຈະມອບຮັບ ວັນທີ 28-29 ກັນຍາ 2021 ທີ່ຈະມາເຖິງນີ້, ໃນພິທີມອບ-ຮັບຄັ້ງທີໜຶ່ງນີ້ ແມ່ນຈໍານວນ 11 ແຂວງ, ນະຄອນຫລວງ ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວແລະ ຮັກສາສຸຂະພາບຕາ.

ນອກຈາກນີ້, ພວກເຮົາຍັງຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນຕື່ມ 81 ຄັນ ແຈກຢາຍໄປກ່ອນນີ້ 7 ຄັນ ຍັງ 74 ຄັນ ແມ່ນຈະໄດ້ແຈກຢາຍໃຫ້ບັນດາໂຮງໝໍແຂວງ, ໂຮງໝໍຊຸມຊົນ ທີ່ຍັງບໍ່ທັນໄດ້ຮັບ.