ຜົນການເລືອກຕັ້ງເຢຍລະມັນຍັງສູສີ ລຸ້ນພັກໃດຈະເປັນແກນນຳຕັ້ງລັດຖະບານ

367

ສຳ​ນັກ​ຂ່າວ​ເອ​ພີ​ລາຍ​ງານ​ວ່າ ຜົນ​ການ​ນັບ​ຄະ​ແນນ​ຍັງ​ບໍ່​ເປັນ​ທາງ​ການ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເຢຍ​ລະ​ມັນ​ເມື່ອ​ວັນ​ທີ 26 ກັນ​ຍາ ຜ່ານ​ມາ ໂດຍ​ຄາດ​ວ່າ ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ຂອງ​ເຢຍ​ລະ​ມັນ (SPD) ອາດ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ ແຕ່​ກໍ​ສູ​ສີ ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ພັກ SPD ເປັນ​ແກນ​ນຳ​ໃນ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ ໃນ​ຮອບ 16 ປີ.

ຫາກ​ພັກ SPD ໄດ້​ຮັບ​ໄຊ​ຊະ​ນະ ກໍ​ໝາຍ​ເຖິງ​ການ​ສິ້ນ​ສຸດ​ຂອງ​ການ​ບໍ​ລິ​ຫານ​ປະ​ເທດ​ໂດຍ​ຝ່າຍ​ອະ​ນຸ​ລັກ​ນິ​ຍົມ​ຢ່າງ​ພັກ​ສະ​ຫ​ະ​ພາບ​ປະ​ຊາ​ທິ​ປະ​ໄຕຄ​ຣິ​ສ​ຕຽນ (CDU)/ພັກ​ສະ​ຫະ​ພາບ​ສັງ​ຄົມ ຄ​ຣິ​ສ​ຕຽນ (CSU) ຂອງ​ທ່ານ ນາງ ແອັງເກີລາ  ແມ​ເຄິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ທີ່​ປະ​ກາດ​ວາງ​ມື​ທາງ​ການ​ເມືອງ​ແລ້ວ.

ກ່ອນ​ໜ້າ​ນີ້ ທ່ານ ນາງ ແອັງເກີລາ  ແມ​ເຄິນ ປະ​ກາດ​ວ່າ ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼັງ​ການ​ເລືອກ​ຕັ້ງ ເຊິ່ງ​ເຮັດ​ໃຫ້​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ກາຍ​ເປັນ​ການ​ກຳ​ນົດ​ແນວ​ທາງ​ອະ​ນາ​ຄົດ​ຂອງ​ເຢຍ​ລະ​ມັນ​ ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ຂະ​ໜາດ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ຂອງເອີຣົບ.

ສະ​ຖາ​ນີ​ໂທ​ລະ​ພາບ ZDF ຂອງ​ເຢຍ​ລະ​ມັນ ໄດ້​ຄາດ​ການ​ຜົນ​ການ​ເລືອກ​ຕັ້ງ ໂດຍ​ລະ​ບຸ​ວ່າ: ຄາດ​ວ່າ ພັກ SPD ຈະ​ໄດ້​ສຽງ​ສະ​ໜັບ​ສະ​ໜູນ​ປະ​ມານ 26%, ໃນ​ຂະ​ນະ​ທີ່ ພັກ UDC/CSU ຄາດ​ວ່າ ຈະ​ໄດ້ 24,5%.

ທັງ​ສອງ​ພັກ​ເຊື່ອ​ວ່າ ຕົນ​ສາ​ມາດ​ເປັນ​ແກນ​ນຳ​ຈັດ​ຕັ້ງ​ລັດ​ຖະ​ບານ​ໄດ້ ແຕ່​ເນື່ອງ​ຈາກວ່າ ບໍ່​ມີ​ຝ່າຍ​ໃດ​ໄດ້​ຮັບ​ໄຊ​ຊະ​ນະ​ແບບ​ຖະຫຼົ່ມ​ທະ​ລາຍ ຈຶ່ງ​ຄາດ​ການ​ວ່າ ລັດ​ຖະ​ບານ​ເຢຍ​ລະ​ມັນ​ທີ່​ກຳ​ລັງ​ຈະ​ຈັດ​ຕັ້ງ​ຂຶ້ນ​ໃໝ່​ນີ້ ໜ້າ​ຈະ​ເປັນ​ການ​ຈັບ​ມື​ກັນ​ລະ​ຫວ່າງ​ພັກ SPD ແລະ ພັກ UDC/CSU ແທນ​ທີ່​ຈະ​ເປັນ​ຮູບ​ແບບ​ລັດ​ຖະ​ບານ​ປະ​ສົມຫຼາຍ​ພັກ​ເໝືອນ​ກັບ 4 ປີ​ຜ່ານ​ມາ. ດັ່ງ​ນັ້ນ ຄາດ​ວ່າ ອາດ​ຈະ​ຕ້ອງ​ໃຊ້​ເວ​ລາ​ນານ​ ອາດ​ແກ່​ຍາວ​ໄປ​ເຖິງ​ທ້າຍ​ປີ​ກໍ​ເປັນ​ໄດ້, ດັ່ງ​ນັ້ນ ລັດ​ຖະ​ບານ​ພາຍ​ໃຕ້​ການ​ນຳ​ຂອງ​ທ່ານ ນາງ ແອັງເກີລາ  ແມ​ເຄິນ ຈຶ່ງ​ຍັງ​ຮັກ​ສາ​ການ​ຕໍ່​ໄປ ຈົນກວ່າ​ຈະ​ສາ​ມາດ​ຈັດ​ຕັ້ງ​ລັດ​ຖະ​ບານ​ໄດ້.

ທ່ານ ໂອ​ລາ​ຟ ໂຊ​ລ ຜູ້​ລົງ​ສະ​ມັກ​ຊີງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢ​ຍ​ລະ​ມັນ ພັກ SPD ກ່າວ​ວ່າ: ພັກ​ຂອງ​ລາວ ມີ​ຄະ​ແນ​ນ​ນຳ​ທຸກ​ຜົນ​ໂພ​ລ (ຜົນ​ສຳຫຼວດ), ໄຊ​ຊະ​ນະ​ຂອງ​ພັກ ແມ່ນ​ຄວາມ​ຕ້ອງ​ການ​ທີ່​ຊັດ​ເຈນ​ຂອງ​ປະ​ຊາ​ຊົນ​ໃນ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ທີ່​ສາ​ມາດ​ບໍ​ລິ​ຫານ​ງານ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ທັງ​ນີ້ ທ່ານ ໂຊ​ລ ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ເຢຍ​ລະ​ມັນ ໃນ​ລັດ​ຖະ​ບານ​ພາຍ​ໃຕ້​ການ​ນຳ​ຂອງ ທ່ານ ນາງ  ແອັງເກີລາ  ແມ​ເຄິນ ແລະ ເຄີຍ​ເປັນ​ເຈົ້າ​ຄອງ​ນະ​ຄອນ​ຮຳ​ບວກ​.