ສຄອຊ ແລະ ສຄອ.ນວ ມອບເງິນ  400 ລ້ານກວ່າກີບ ປະກອບສ່ວນ ໃນວຽກງານການຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງນະຄອນຫຼວງວຽງຈັນ

462

ໃນວັນທີ 27 ກັນຍາ 2021 ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ.ນວ) ມອບເງິນ ຈຳນວນ 425.184.900 ກີບ ປະກອບສ່ວນເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ໃນນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນທີ່ວ່າ: “ຮ່ວມແບ່ງປັນນ້ຳໃຈຕ້ານໄພໂຄວິດ-19 ນະຄອນຫຼວງວຽງຈັນ”.


ຕາງໜ້າກ່າວມອບໂດຍທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຕາງໜ້າຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ; ມີບັນດາຮອງປະທານສະພາການຄ້າອຸດສາຫະກຳແຫ່ງຊາດ ແລະ ສະພາການຄ້າ ແລະ ອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ, ຕາງໜ້າຈາກສະມາຄົມຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກ່າວບາງຕອນວ່າ: ທາງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ.ນວ) ເຫັນໄດ້ຄວາມສໍາຄັນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19; ດັ່ງນັ້ນ, ຈຶ່ງໄດ້ມີການປຶກສາຫາລືກັນໃນຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຊິກຂອງ ສຄອຊ ແລະ ສຄອ.ນວ ພ້ອມກັນລະດົມທຶນຮອນຈໍານວນໜຶ່ງ ເພື່ອເປັນການປະກອບສ່ວນຂອງພາກທຸລະກິດເຂົ້າໃນວຽກງານດັ່ງກ່າວ ພາຍໃຕ້ຄໍາຂວັນທີ່ວ່າ: “ຮ່ວມແບ່ງປັນນ້ຳໃຈຕ້ານໄພໂຄວິດ-19 ນະຄອນຫຼວງວຽງຈັນ” ເຊິ່ງລວມເປັນມູນຄ່າ ທັງໝົດ: 425.184.900 ກີບ.


ໃນນັ້ນໄດ້ໂອນເຂົ້າບັນຊີ ໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານໂຄວິດ-19 ຈໍານວນ 51.300.000 ກີບ  ແລະ ມອບໃຫ້ ຫ້ອງວ່າການນະຄອນຫຼວງວຽງຈັນໂດຍກົງຈໍານວນເງິນ 353.884.900 ກີບ  ແລະ ອຸປະກອນການແພດ ມູນຄ່າ 20.000.000 ກີບ.


ດັ່ງນັ້ນ, ຈຶ່ງໄດ້ເຮັດໜັງສືມອບເງິນສະບັບນີ້ເພື່ອສະແດງເຖິງນໍ້າໃຈສາມັກຄີຂອງພາກທຸລະກິດໃນການຮ່ວມແຮງຮ່ວມໃຈປະກອບສ່ວນສະໜັບສະໜູນການຈັດຕັ້ງປະຕິບັດວຽກງານການປ້ອງກັນແລະສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຂອງນະຄອນຫຼວງວຽງຈັນ.


ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວບາງຕອນວ່າ: ຕາງໜ້າອົງການປົກຄອງນະຄອນຫຼວງວຽງຈັນ ກໍຂໍສະແດງຄວາມຂອບໃຈຕໍ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ.ນວ) ແລະ ສະມາຊິກທຸກທ່ານ ທີ່ໄດ້ປະກອບສ່ວນການຊ່ວຍເຫຼືອໃນຄັ້ງນີ້,  ເຈົ້າໜ້າທີ່ກຳລັງດ່ານໜ້າແມ່ນເຮັດວຽກໜັກໜ່ວງຫຼາຍ ດັ່ງນັ້ນການປະກອບສ່ວນຂອງ 2 ພາກສ່ວນນີ້ແມ່ນມີຄວາມສຳຄັນຫຼາຍທີ່ສຸດ ໃນທ່າມກາງຄວາມຫຍຸ້ງຍາກດ້ານງົບປະມານໃນການປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ນວ ປັດຈຸບັນ.