ຮຽນຈົບມາ ປູກຜັກຂາຍຖືເປັນອາຊີບຫຼັກຄອບຄົວມີຢູ່ມີກິນມີທຸກຢ່າງຍ້ອນທາງສາຍນີ້

1412

ການເຮັດອາຊີບໃດໆກໍ່ດີຕ້ອງໄດ້ອາໄສຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມມັກຮັກໃນອາຊີບນັ້ນໆ ແລະການປູກຝັງກໍ່ເປັນອາຊີບໜຶ່ງທີ່ຕິດພັນກັບປະຊາຊົນລາວມາຊ້ານານ ຕ່າງແຕ່ວ່າເມື່ອກ່ອນຄົນສ່ວນໃຫຍ່ຈະປູກເພື່ອບໍລິໂພກເອງພາຍໃນຄອບຄົວ ສ່ວນການປູກຂາຍຢ່າງຈີງຈັງນັ້ນມີໜ້ອຍຄົນຈະຄິດຫາ ແຕ່ສຳລັບຄົນນີ້ບໍ່ຄິດແນວນັ້ນຕັ້ງໃຈໄປຮຽນວິຊາຊີບມາເພື່ອເດີນຕາມທາງສາຍນີ້ໂດຍສະເພາະ.

ທີ່ກຳລັງເວົ້າເຖິງແມ່ນ ນາງ ພອນສະໄໝ ແສນສັກດາ ຜູ້ໜຶ່ງທີ່ຢຶດຖືການປູກຜັກເປັນອາຊີບຫຼັກ, ເພິ່ນໄດ້ເລົ່າວ່າ ຕົນເອງໄດ້ຍຶດອາຊີບປູກຝັງມາແຕ່ຮຸ້ນພໍ່ຮຸ້ນ ແມ່ ແລະ ໄດ້ມີໂອກາດເຂົ້າສຶກສາທີ່ໂຮງຮຽນສືບທອດ(ປະຈຸບັນແມ່ນວິທະຍາໄລເຕັກນິກແຂວງວຽງຈັນ) ໃນສາຂາວິຊາປູກຝັງ-ລ້ຽງສັດ ແລະຈົບໃນປີ1994, ຫຼັງຈາກຈົບມາແລ້ວຕົນກໍ່ໄດ້ນຳຄວາມ ຮູ້ດ້ານວິຊາການກະສິກຳໝູນໃຊ້ເຂົ້າໃນການເຮັດຕົວຈິງ ໂດຍໄດ້ເລີ່ມປະກອບອາຊີບກະສິກຳ ປູກຜັກ ຂາຍເປັນສິນຄ້າແບບຈິງຈັງ,ທຳອິດໄດ້ເຊົ່າດິນຂອງເພື່ອນບ້ານເພື່ອປູກຜັກຂາຍເປັນອາຊີບຫຼັກເພື່ອຫາລ້ຽງຄອບຄົວ, ໃນເຮືອນມີແຮງງານຫຼັກ2ຄົນ(ຜົວ-ເມຍ).

ພໍມີທຶນຮອນຈຳນວນໜຶ່ງແລ້ວມາຮອດປີ2013 ໄດ້ມາບຸກເບີກຄັງຂອງຕົນໃນເນື້ອທີ່1 ໄລ່ ໃຫ້ເປັນສວນປູກຜັກ, ໃນລະດູແລ້ງແມ່ນນິຍົມປູກຜັກສະຫຼັດ ເພາະມັນໄດ້ລາຄາສູງ, ແລະ ຜັກອື່ນໆຕາມຕະຫຼາດຕ້ອງການ, ສຳລັບລະດູຝົນແມ່ນປູກໃນເຮືອນຮົ່ມ ໄດ້ປູກຜັກບົ້ງ,ຜັກຫົມ,ຜັກກາດຂາວ,ຫອມປ້ອມ ໃນຈຳນວນເຮືອນຮົ່ມ 7 ຫຼັງ.

ແນວພັນຜັກຫົມ,ຜັກສະຫຼັດແມ່ນເກັບແນວໄວ້ເອງ ສ່ວນແນວພັນຜັກອື່ນໆແມ່ນໄດ້ຊື້, ນອກນີ້ຍັງມີຕົ້ນທຶນໃນການເຮັດເຮືອນຮົ່ມຈຳນວນ500.000ກວ່າກີບຕໍ່ 1 ເຮືອນຮົ່ມ ຂະໜາດ 36×2.5ແມັດ(ເຮັດຄັ້ງ1ແລ້ວກຸ້ມເປັນປີ ລົງທຶນເທື່ອດຽວ). ການປູກແມ່ນປູກແບບທຳມະຊາດ ໃຊ້ຝຸ່ນນ້ຳໝັກຊີວະພາບຫົດ,ຝຸ່ນຄອກ ບໍ່ໃຊ້ປຸ໋ຍເຄມີ. ການຈຳໜ່າຍ ຫຼັງຈາກເກັບຜົນຜະລິດແຕ່ລະຄັ້ງຈະມີ ແມ່ຄ້າໄປຮັບຊື້ຢູ່ສວນເລີຍ ໃນລາຄາຕາມທ້ອງຕະຫຼາດ; ລາຍຮັບໃນການຈຳໜ່າຍຜັກປະມານ 500.000ກີບຕໍ່ການເກັບຜົນຜະລິດ1ຄັ້ງ (ໄລຍະເວລາເກັບຜົນຜະລິດ: ຜັກຫົມ10ກວ່າວັນ, ຜັກບົ້ງ 20-25 ວັນ).


ນາງພອນສະໄໝກ່າວອີກວ່າ: ຈຸດເດັ່ນຂອງຜັກທີ່ເຮັດໃຫ້ແມ່ຄ້າຕ້ອງການແມ່ນເປັນການປູກແບບກະສິກຳສະອາດ ມີຄວາມປອດໄພຕໍ່ສຸຂະພາບ ແລະ ສາມາດເກັບຮັກສາໄວ້ໄດ້ຫຼາຍມື້ບໍ່ເປື່ອຍ ຖ້າທຽບກັບຜັກຕາມທ້ອງຕະຫຼາດ ສຳລັບບັນຫາຂໍ້ຫຍຸ້ງຍາກໃນການຈຳໜ່າຍຜັກໃນປະຈຸບັນຄື: ບັນຫາ ການແຜ່ະບາດຂອງພະຍາດ ໂຄວິດ19,ຖ້າຫາກໃນເຂດໃກ້ຄຽງມີການແຜ່ເຊື້ອ ຫຼື ກຸ່ມສ່ຽງ ກໍ່ຈະສົ່ງຜົນໃຫ້ແມ່ຄ້າບໍ່ສາມາດມາຊື້ ຜັກໄດ້ ເຮັດໃຫ້ຕົວເລກການຈຳໜ່າຍໜ້ອຍລົງ.

ຈາກການປູກຜັກຂາຍເປັນອາຊີບຫຼັກຂອງຄອບຄົວນາງ ພອນສະໄໝ ແສນສັກດາ ມາຮອດປະຈຸບັນ ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີຢູ່ມີກິນຫຼຸດພົ້ນຈາກຄວາມທຸກຍາກ, ມີທຶນຮອນສົ່ງລູກໆຮຽນ ຈົນຈົບ. ສຳລັບແຜນການໃນອະນາຄົດແມ່ນຈະປັບປຸງດິນສວນທີ່ເຮັດມາຫຼາຍປີຄືນໃໝ່ເພື່ອໃຫ້ ດິນມີສານອາຫານ ໄດ້ຄຸນະພາບປູກພືດງາມ ແລະ ສຳລັບແມ່ຄ້າຊາວຂາຍ ໃຜທີ່ຕ້ອງ ການຊື້ຜັກສະອາດ,ປອດໄພຕໍ່ສຸຂະພາບແລະ ສາມາດໄວ້ຕູ້ເຢັນໄດ້ຫຼາຍມື້ບໍ່ເປື່ອຍ ສາມາດເຂົ້າມາສັ່ງຊື້ທີ່ ສວນໄດ້ ທີ່ບ້ານແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ
ເບີຕິດຕໍ່ 030 5819912 ຫລື ທ່ານໃດສົນຢາກໄດ້ ບົດຮຽນໃນປູກຜັກນຳກໍ່ສາມາດພົວພັນຢູ່ສວນໄດ້.

ຂ່າວ: ຂ່າວສານ-ໜັງສືພິມ ແຂວງ ວຽງຈັນ