ໂຄງການຟາມລ້ຽງງົວ ແລະໝູເປັນສິນຄ້າຜົ້ງສາລີ ສຳເລັດກວ່າ 50%

694

ໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງລົງເຄື່ອນໄຫວຕິດຕາມຊຸກຍູ້ໂຄງການຟາມລ້ຽງງົວ ແລະ ຟາມລ້ຽງໝູເປັນສີນຄ້າ ຂອງບໍລິສັດ ບຸນທະວິໄຊ ກໍ່ສ້າງ, ສ້ອມແປງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ.

ໂອກາດນີ້ ທ່ານເຈົ້າແຂວງພ້ອມດ້ວຍຄະນະກໍ່ໄດ້ຮັບການຕ້ອນຮັບ ແລະ ຮັບຟັງການລາຍງານ ຈາກທ່ານ ເຫຼັກ ສຸກສັນ ອຳນວຍການບໍລິສັດ ບຸນທະວິໄຊ ກໍ່ສ້າງ, ສ້ອມແປງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ. ເຊີ່ງຟາມລ້ຽງງົວ ແມ່ນຕັ້ງຢູ່ເຂດບ້ານ ພູນັ່ງເກົ່າ ເມືອງບຸນເຫນືອ ແຂວງຜົ້ງສາລີ, ເປັນການລົງທຶນຂອງເອກະຊົນ 100% ,ມີມູນຄ່າການລົງທຶນ: 48.605.000.000 ກີບ ແລະ ມີເນື້ອທີ່ສໍາປະທານດິນລັດຈໍານວນ 97 ເຮັກຕາ.

ປະຈຸບັນທາງບໍລິສັດກຳລັງທະລຸເສັ້ນທາງອ້ອມຂອບເຂດດິນທີ່ທາງບໍລິສັດສໍາປະທານໃນຈໍານວນ 97 ເຮັກຕາ ໄລຍະທາງປະມານ 3 ກິໂລແມັດ, ຂະຫຍາຍເສັ້ນທາງອ້ອມຂອບເຂດດິນທີ່ທັງບໍລິສັດສໍາປະທານໃນຈໍານວນ 97 ເຮັກຕາ ໄລຍະທາງປະມານ 5 ກິໂລແມັດ, ທະລຸເສັ້ນທາງພາຍໃນຟາມໄລຍະທາງ 2 ກິໂລແມັດ, ປັບສະຖານທີ່ສໍາລັບຕັ້ງຄອກລ້ຽງສັດ, ຫ້ອງການ, ບ່ອນເກັບມ້ຽນຫຍ້າຫມັກ-ຫຍ້າແຫ້ງບ່ອນເກັບມ້ຽນອາຫານສັດ ແລະ ພື້ນທີ່ສໍາລັບກໍ່ສ້າງອ່າງເກັບນໍ້າ ຈັດຕັ້ງປະຕິບັດໄດ້ 60%, ໄຖ່ພື້ນທີ່ສໍາລັບປູກຫຍ້າເນື້ອທີ່ 15 ເຮັກຕາ ແລະ ໄດ້ປູກຫຍ້າລູຊີ, ຫຍ້າເນເປີຍ ແລະ ຫຍ້າຫວານ.

ເຊີ່ງມາຮອດປະຈຸບັນຫນ້າວຽກ ດັ່ງກ່າວແມ່ນສາມາດຈັດຕັ້ງປະຕິບັດໄດ້ 80% ສຳລັບຟາມລ້ຽງໝູແມ່ນຕັ້ງຢູ່ ເຂດບ້ານ ເດີ່ນກິລາ ເມືອງບຸນເຫນືອ ແຂວງຜົ້ງສາລີ , ເປັນການລົງທຶນດ້ວຍເອກະຊົນ 100% ມີມູນຄ່າການລົງທຶນ: 13.492.675.200 ກີບ ມີເນື້ອທີ່ທັງໝົດ 22.470 ຕາແມັດ ເນື້ອທີ່ ທີ່ນໍາໃຊ້ເຂົ້າໃນໂຄງການແມ່ນເປັນພື້ນທີ່ສ່ວນບຸກຄົນ( ທີ່ເປັນກໍາມະສິດຂອງເຈົ້າຂອງກິດຈະການເອງ 100% )

ປະຈຸບັນບັນດາໜ້າວຽກທີ່ທາງບໍລິສັດ ສຳເລັດແມ່ນ ທະລຸ, ເປີດກ້ວາງ ເສັ້ນທາງ, ວາງທໍ່ ເສັ້ນທາງເຂົ້າເຖິງຟາມ ໄລຍະ 6,5 ກິໂລແມັດ, ປັບສະຖານທີ່ຕັ້ງຫ້ອງການ, ຄອກສັດ ແລະ ສາງເກັບມ້ຽນອາຫານ, ຕັ້ງຫ້ອງການ ແລະ ເຮືອນພັກພະນັກງານ, ຕັ້ງສາງເກັບມ້ຽນອາຫານ ສໍາເລັດ 50%, ຕັ້ງຄອກຫມູອະນຸບານ 1 ຫລັງ ຂະຫນາດ 14 ແມັດ x 75 ແມັດ ສໍາເລັດ 50%, ຕັ້ງຄອກຫມູອະນຸບານ 3 ຫລັງ ຂະຫນາດ 14 ແມັດ x 75 ແມັດ ສໍາເລັດ 50%.

ສຳລັບວຽກທີ່ຈະສືບຕໍ່ຈັດຕັ້ງປະຕິບັດຕໍ່ຫນ້າ ແມ່ນກໍ່ສ້າງສາງເກັບມ້ຽນອາຫານໃຫ້ສໍາເລັດ, ສືບຕໍ່ກໍ່ສ້າງບັນດາຄອກລ້ຽງຫມູ 6 ຫລັງໃຫ້ສໍາເລັດ, ສືບຕໍ່ກໍ່ສ້າງລະບົບນໍ້າໃຊ້ໃນຟາມ, ກໍ່ສ້າງໄຟຟ້າທີ່ຈະນໍາໃຊ້ເຂົ້າໃນຟາມຊື່ງໄດ້ຈາກ 3 ແຫລ່ງຄື: (ຈາກໄຟຟ້ານໍ້າຢອດ, ຈາກແສງຕາເວັນ ແລະ ຈາກໄບໂອແກັສ), ລ້ອມຮົ້ວອ້ອມຟາມເຊື່ງມາຄວາມຍາວ 700 ແມັດ ແລະ ກໍ່ສ້າງເຮືອນສໍາລັບເກັບນໍ້າເຊື່ອ ຄາດວ່າຕົ້ນປີ 2022 ໃຫ້ໄດ້ນໍາເຂົ້າມາລ້ຽງໃນຟາມ ແລະ ໃຫ້ໄດ້ຈໍາຫນ່າຍຫມູຊີ້ນໃນຕະຫລາດເມືອງບຸນເຫນືອໃນກາງປີ 2022.

ໃນໂອກາດນີ້, ທ່ານເຈົ້າແຂວງກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດທີ່ລົງທືນໃນການສ້າງຝາມງົວ ແລະ ຝາມໝູ ຖ້າຫາກວ່າໂຄງການດັ່ງກ່າວເກີດຂື້ນ ມັນຈະສ້າງໃຫ້ເສດຖະກິດ – ສັງຄົມຂອງແຂວງມີການຂະຫຍາຍຕົວສູງ ພ້ອມກັນນີ້, ທ່ານເຈົ້າແຂວງຍັງໄດ້ເນັ້ນໃຫ້ບໍລິສັດຈົ່ງດຳເນີນທຸລະກິດຕາມເຕັກນີກຂອງກະສີກຳຢ່າງຖືກຕ້ອງ ໂດຍສະເພາະການເອົາໃຈໃສ່ໃນການບົວລະບັດສັດ, ຄອກສັດ, ເພື່ອເຮັດໃຫ້ສັດມີຄວາມອຸດົມສົມບູນ ແລະ ຈຳໜ່າຍພາຍໃນແຂວງຢ່າງທົ່ວເຖິງ.

ຂ່າວຈາກ: Media LAOS