ລາວ ຈະນໍາໃຊ້ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໄວທີ່ອົງການອະນາໄມໂລກຮັບຮອງເທົ່ານັ້ນ

395

ປັດຈຸບັນນີ້ ສປປ ລາວ ແມ່ນມີຈຳນວນຜູ້ທີ່ຈຳກັດບໍລິເວນຂ້ອນຂ້າງຫຼາຍ ລວມໄປເຖິງຜູ້ທີ່ເປັນກຸ່ມສ່ຽງ ເຊິ່ງທັງໝົດນີ້ ແມ່ນຕ້ອງໄດ້ຮັບການກວດຫາເຊື້ອ ແຕ່ບາງຈຳນວນແມ່ນຕ້ອງໄດ້ກວດຫຼາຍຄັ້ງ ເນື່ອງຈາກກວດຄັ້ງດຽວແມ່ນອາດບໍ່ພົບເຊື້ອກໍ່ມີ ແຕ່ສິ່ງທີ່ເປັນບັນຫາແມ່ນ ໃນການກວດຫາເຊື້ອແມ່ນມີຫຼາຍຂັ້ນຕອນ ແລະ ຕ້ອງໃຊ້ເວລາໃນການວິເຄາະຈຶ່ງຈະຮູ້ຜົນ ຈິ່ງຕ້ອງໃຊ້ເຄື່ອງກວດແບບໄວມາຊ່ວຍອີກແຮງ ແຕ່ຕ້ອງແມ່ນແບບທີ່ອົງການອະນາໄມໂລກຮັບຮອງເທົ່ານັ້ນ.

ທ່ານ ພອນປະເສີດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວ ໄດ້ອະນຸຍາດໃຫ້ນໍາໃຊ້ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໄວ ສໍາລັບເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໄວມີຄວາມສະດວກວ່ອງໄວໃນການນໍາໃຊ້, ບໍ່ຈຳເປັນຕ້ອງມີຫ້ອງວິເຄາະໃຊ້ງານງ່າຍອອກຜົນໄດ້ໄວພາຍໃນ15-20 ນາທີເທົ່ານັ້ນ.

ທ່ານກ່າວໃຫ້ຮູ້ອີກວ່າ: ເຄື່ອງດັ່ງກ່າວເຖິງຈະກວດຫາເຊື້ອໄດ້ໄວແຕ່ກໍຍັງມີຂໍ້ຈຳກັດຫຼາຍຢ່າງເປັນຕົ້ນແມ່ນຄວາມຊັດເຈນໃນການກວດເຖິງແມ່ນວ່າໄດ້ຮັບຮອງຈາກອົງການອະນາໄມໂລກກໍຕາມ ແຕ່ເຄື່ອງກວດຫາເຊື້ອແບບໄວນີ້ມີຄວາມຈຳກັດໃນຕົວ ສະນັ້ນຖ້າເຮົາກວດບໍ່ພົບມັນກໍບໍ່ໄດ້ບອກວ່າເຮົາບໍ່ຕິດເຊື້ອຖ້າເຮົາເກັບຕົວຢ່າງບໍ່ຖືກວິທີ ເຖິງວ່າເຮົາຈະຕິດເຊື້ອມັນກໍບໍ່ພົບເຊື້ອຢູ່ດີສາເຫດຍ້ອນເກັບເຊື້ອບໍ່ຖືກວິທີ, ນອກຈາກນັ້ນອຸນຫະພູມໃນການກວດຕ້ອງຕໍ່າກວ່າ 30 ອົງສາ (ກວດອາກາດຮ້ອນໆກໍບໍ່ໄດ້) ຊຶ່ງມີຫຼາຍຂໍ້ຈຳກັດ.

ສະນັ້ນ ໃນໄລຍະຜ່ານມາພວກເຮົາຍັງບໍ່ແນະນໍາໃຫ້ໃຊ້ແຕ່ ເນື່ອງຈາກສະພາບປັດຈຸບັນມີການລະບາດເປັນວົງກວ້າງເປັນຕົ້ນໃນໂຮງຈັກ, ໂຮງງານ ຫຼື ສະຖານທີ່ຫ່າງໄກມີຄວາມຈຳເປັນໃຊ້ພວກເຮົາກໍອະນຸຍາດໃຫ້ນໍາໃຊ້ໂດຍແມ່ນແພດທີ່ໄດ້ຜ່ານການຝຶກອົບຮົມຮູ້ຈັກວິທີນໍາໃຊ້ເປັນຢ່າງດີຮູ້ຈັກການເກັບຕົວຢ່າງ, ຮູ້ຈັກການເກັບມ້ຽນຂີ້ເຫຍື່ອທີ່ຖືກວິທີ, ຮູ້ຈັກການກວດທັງໝົດນີ້ລ້ວນແຕ່ຕ້ອງໄດ້ຮັບການຝຶກອົບຮົມ.

ແຕ່ສິ່ງສຳຄັນທີ່ຢາກເນັ້ນແມ່ນຮູ້ຈັກວິທີການຄຸ້ມຄອງຂີ້ເຫຍື້ອພາຍຫຼັງນໍາໃຊ້, ຖ້າເຮົາເກັບຕົວຢ່າງໄປແລ້ວບັງເອີນຜູ້ຕິດເຊື້ອບໍ່ເກັບມ້ຽນຢ່າງດີເຊື້ອກໍຈະປົນເປື້ອນໃນສະຖານທີ່ດັ່ງກ່າວ ຈຶ່ງບໍ່ແນະນໍາໃຫ້ຊື້ໄປກວດເອງຍ້ອນມີຄວາມສ່ຽງ ແລະ ມີຂໍ້ຈຳກັດຄືແນວນັ້ນ, ສະນັ້ນ ຖ້າເຮົາຊື້ເຄື່ອງມານໍາໃຊ້ໃຫ້ຊື້ຍີ່ຫໍ້ທີ່ອົງການອະນາໄມໂລກຮັບຮອງ ຖ້າເຮົາຊື້ຍີ້ຫໍ້ທີ່ບໍ່ໄດ້ຜ່ານການຮັບຮອງຍິ່ງມີປະສິດທິພາບ ຕໍ່າເຮັດໃຫ້ຜູ້ຕິດເຊື້ອແລ້ວໄປກວດບໍ່ພົບເຊື້ອກໍມີ.