ບ້ານແດງໃໝ່ນະຄອນຫຼວງວຽງຈັນ 12 ບ້ານ ແລະ ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ 315 ຄົນ

814

ໜ້າຫ່ວງຫຼາຍນະຄອນຫຼວງ ແລະ ບັນດາແຂວງທີ່ຍັງພົບຜູ້ຕິດເຊື້ອໂຄວິດ19 ໃນຊຸມຊົນ ເຊິ່ງມື້ນີ້ 27 ກັນຍາ 2021 ພົບຜູ້ຕິດເຊື້ອທັງໝົດ 622 ຄົນ ຊຸມຊົນ 610 ຄົນ ລາຍລະອຽດດັ່ງນີ້
1 ນະຄອນຫຼວງ 315 ຄົນ, ລາຍລະອຽດມີດັ່ງນີ້ ເມືອງນາຊາຍທອງ 9 ຄົນ, ຈຸດເກັບຕົວຢ່າງບຶງຂະຫຍອງ 12 ຄົນ, ມສ ເຈົ້າອານຸວົງ 6 ຄົນ, ມສ ລາວຫວຽດ 3 ຄົນ, ສະຖາບັນປັດສະເຕີ້ລາວ 11 ຄົນ

ເມືອງນາຊາຍທອງ, ບ້ານປາກແຮດ 6 ຄົນ, ເມືອງຈັນທະບູລີ, ບ້ານຫ້ວຍຫົງ 2 ຄົນ, ໂຮງງານຕັດຫຍິບກຽນວິໄລ 3 ຄົນ, ໂຮງງານອານພິລາວ 54 ຄົນ
ສູນຫຼັກ 27 ມີ 26 ຄົນ (ສຳຜັດໃກ້ຊິດກັບໂຮງງານອານພິລາວ)ຈຸດເກັບຕົວຢ່າງສີເກີດ 60 ຄົນ, ເມືອງໄຊທານີ 14 ຄົນ ເຫຼືອນັ້ນ ທີມງານກຳລັງເກັບກຳຂໍ້ມູນລະອຽດ ຈະລາຍງານໃຫ້ບັນດາທ່ານຊາບຕື່ມພາຍຫຼັງ

2 ຄຳມ່ວນ 152 ຄົນ ມາຈາກກຳມະກອນບໍລິສັດ ຄ້າຍຢວນ (ໃນນັ້ນ ເກືອບ 90 ເປີເຊັນ ແມ່ນ ກຳມະກອນຄົນລາວ)
3 ຈໍາປາສັກ 59 ຄົນ ປາກເຊ 38 ຄົນ, ບາຈຽງ 10 ຄົນ, ປະທຸມພອນ 10 ຄົນ (ທະຫານ 5 ຄົນ) ແລະ ຊະນະສົມບູນ 1 ຄົນ, ເມືອງໂຂງ 1 ຄົນ (ແຮງງານຢູ່ສູນເມືອງ)
4 ຫຼວງພະບາງ 35 ຄົນ ເມືອງງອຍ 17 ຄົນ, ນ້ຳບາກ 14 ຄົນ, ນານ 3 ຄົນ ແລະ ຈອມເພັດ 1 ຄົນ

5 ແຂວງວຽງຈັນ 13 ຄົນ ເມືອງໂພນໂຮງ ມີ 12 ກໍລະນີ, ຊື່ງທັງໜົດ ແມ່ນມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ໂດຍສະເພາະ ຮ່ວມງານເຮືອນດີ ບ້ານນາຊູ ມີ 05 ກໍລະນີ, ວັດບ້ານນາຊູ ມີ 01 ກໍລະນີ
ບ້ານໂພນຂາມ 2 ກໍລະນີ ແລະ ບ້ານໂພນໂຮງ 02 ກໍລະນີ, ບ້ານນາໂພເໜຶອ 01 ກໍລະນີ ແລະ ບ້ານສ້າງໃຫ່ຍ 01 ກໍລະນີ, ເມືອງທຸລະຄົມ ມີ 01 ກໍລະນີ (ບ້ານໂພນແຮ່)
6 ບໍ່ແກ້ວ 11 ຄົນ ບ້ານ ພຽງງາມ 09 ຄົນ, ບ້ານຄວ້ານ 01 ຄົນ ເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດ 01 ຄົນ
7 ບໍລິຄໍາໄຊ 7 ຄົນ ບ້ານໂພນຈະເລີນ, ເມືອງປາກກະດີງ ມີ 07 ກໍລະນີ, ທັງໝົດເຮັດວຽກຢູ່ເຂື່ອນໄຟຟ້ານ້ຳເທີນ 1 ແລະ ພັກຢູ່ຫໍພັກຂອງເຂື່ອນດັ່ງກ່າວ (ອາຊີບເປັນແມ່ຄົວ ມີ 02 ກໍລະນີ, ສັນຊາດ ລາວ 01, ແລະ ສັນຊາດ ຈີນ 01 ຄົນ); ກໍາມະກອນ ມິ 05 ກໍລະນີ (ສັນຊາດ ລາວ 01 ຄົນ; ແລະ ສັນຊາດ ຈີນ 04 ຄົນ)
8 ສາລະວັນ 7 ຄົນ

9 ສະຫວັນນະເຂດ 5 ຄົນ ພະນັກງານເອຄອນ ມີ 02 ກໍລະນີ; ບ້ານໂພນທັນ, ເມືອງໄຊບູລີ ແລະ ບ້ານຍາງສູງ, ນະຄອນໄກສອນ
ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ, ທັງສອງຄົນອາຊີບເປັນຊິບປີງ, ແລ່ນເອກະສານຢູ່ແດນສະຫວັນ
ບ້ານວົງພັນສີ, ເມືອງອຸທຸມພອນ ມີ 01 ກໍລະນີ, ຊື່ງພົວພັນກັບຜູ້ຕິດເຊື້ອຢູ່ບ້ານດຽວກັນໃນໄລຍະຜ່ານມາ ແລະ ໄດ້ລາຍງານໃນວັນທີ 23 ກັນຍາ 2021.
10 ໄຊສົມບູນ 3 ຄົນ ບ້ານຊຽງຄົງ, ເມືອງທ່າໂທມ ມີ 02 ກໍລະນີ (ເປັນສາມີ-ພັນລະຍາ) ໄດ້ໄປສົ່ງສະການພໍ່ຕູ້ຢູ່ບ້ານຖໍ້າດິນ, ເມືອງລ້ອງຊານ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ງານເຮືອນດີ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021
ບ້ານວັງໄຮ່, ເມືອງທ່າໂທມ ມີ 01 ກໍລະນີ ໄດ້ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ (ເປັນໝູ່ ເຮັດວຽກຢູ່ໂຮງງານອານພີລາວ)
11 ຫລວງນໍ້າທາ 3 ຄົນ: ຄົນລາວ 1 ຄົນ ແລະ ຄົນຈີນ 2 ຄົນ (ມາຈາກ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ)

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22.441 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.271 ຄົນ.

ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 12 ບ້ານ ໃນ 6 ເມືອງ:
ເມືອງໄຊເສດຖາ ບ້ານໂນນສະຫວັນ
ເມືອງສີສັດຕະນາກ ບ້ານສະພານທອງເໜືອ
ເມືອງສີໂຄດຕະບອງ ບ້ານຈຳປາ ແລະ ໜອງໜ້ຽວ

ເມືອງນາຊາຍທອງ ບ້ານນ້ຳກ້ຽງ, ເປິກ, ນ້ຳຫຸມ, ຫຸມແບ່ງ, ນາຊັບ, ບ້ານອີໄລໃຕ້
ເມືອງໄຊທານີ ບ້ານສີວິໄລ
ເມືອງຫາດຊາຍຟອງ ບ້ານກາງ
ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນແຂວງສະຫັວນນະເຂດ ມີ 2 ບ້ານ ໃນ 2 ເມືອງ ນະຄອນໄກສອນ ບ້ານໂພໄຊ ແລະ ເມືອງ ອຸທຸມພອນບ້ານ ຈະເລີນສຸກ