ທີມສະຫະລັດອາເມຣິກາ ກວາດ 8 ຄະແນນໃນວັນສຸດທ້າຍຄວ້າແຊັມ ໄຣເດີ ຄັບ 2021

150
Team USA poses with the trophy at the closing ceremony after the Ryder Cup matches at the Whistling Straits Golf Course Sunday, Sept. 26, 2021, in Sheboygan, Wis. (AP Photo/Jeff Roberson)

ທັບນັກກີລາກ໊ອຟທີມ ສະຫະລັດອາເມຣິກາ ເກັບຄະແນນໄດ້ເປັນກອບເປັນກໍາໃນວັນສຸດທ້າຍເຖິງ 8 ຄະແນນ ເອົາຊະນະ ທີມເອີຣົບ 19-9 ຄວ້າແຊັມ ໄຣເດີ ຄັບ 2021 ເຊິ່ງຈັດມາເປັນຄັ້ງທີ 43 ເມື່ອວັນທີ 26 ກັນຍາ 2021 ທີ່ສະໜາມ ວິສຕິງ ສະເຕຣດ ສະຫະລັດອາເມຣິກາ.

ກ່ອນການແຂ່ງຂັນວັນສຸດທ້າຍ ທີມສະຫະລັດອາເມຣິກາ ນໍາຢູ່ 11-5 ຄະແນນ ແລະ ວັນສຸດທ້າຍຂໍພຽງອີກ 3,5 ຄະແນນກໍຈະເປັນແຊັມທັນທີ ເຊິ່ງຄູ່ທໍາອິດ ຣໍຣີ ແມັກອິລຣອຍ ນັກກີລາຕົວເກັ່ງຈາກທີມເອີຣົບ ເອົາຊະນະ ແຊນເດີ ຊອຟເຟລ ເຮັດໃຫ້ ເອີຣົບ ໄລ່ມາເປັນ 6-11.

ແຕ່ທີມສະຫະລັດອາເມຣິກາ ສ້າງຜົນງານໂດດເດັ່ນ ເມື່ອ 3 ຄົນທັດມານໍາໂດຍ ແພທຣິກ ຄານເລ, ສະກ໊ອຟຕີ ເຊຟເຟລີ ແລະ ໄບຣສັນ ເດີຊອມໂບ ຊ່ວຍກັນເອົາຊະນະຄູ່ແຂ່ງ ໄດ້ສໍາເລັດ ກ່ອນທີ່ຈົບ 12 ຄູ່ເປັນ ສະຫະລັດອາເມຣິກາ ເອົາຊະນະ ໄປ 19-9 ຄະແນນ.

ເຮັດໃຫ້ ທີມສະຫະລັດອາເມຣິກາ ຄວ້າແຊັມ ໄຣເດີ ຄັບ ເປັນສະໄໝທີ 27, ສ່ວນ ທີມເອີຣົບ ບໍ່ສາມາດປ້ອງກັນແຊັມໄດ້.