ໜັກໜ່ວງອີກແລ້ວ ມື້ນີ້ພົບຜູ້ຕິດເຊື້ອໃນຊຸມຊົນ 610 ຄົນ, ນະຄອນຫຼວງວຽງຈັນ 315 ຄົນ, ຄໍາມ່ວນ 152 ຄົນ

688

ສະຖານະການໜັກໜ່ວງຂຶ້ນເລື້ອຍໆ ໂດຍສະເພາະຍອດຜູ້ຕິດເຊື້ອໂຄວິດ ທີ່ບໍ່ຫຼຸດລົງເລີຍ ແລະ ມີແນວໂນ້ມ ເພີ່ມຂຶ້ນເລື້ອຍໆ ມື້ນີ້ 27 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດ 19 ທັງໝົດ 622 ຄົນ, ນໍາເຂົ້າມີພຽງ 12 ຄົນ, ຊຸມຊົນ 610 ຄົນ ໃນນັ້ນນະຄອນຫຼວງວຽງຈັນ 315 ຄົນ, ຮອງລົງມາແມ່ນແຂວງ ຄໍາມ່ວນ 152 ຄົນ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ມາຮອດວັນທີ 27 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວີດ 19 ທັງໝົດ 622 ຄົນ, ນໍາເຂົ້າ 12 ຄົນ ຈາກ ສະຫວັນນະເຂດ 7 ຄົນ, ຄໍາມ່ວນ 3 ຄົນ, ຈໍາປາສັກ 1 ແລະ ສາລະວັນ 1 ຄົນ

ຕິດເຊື້ອໃນຊຸມຊົນ 610 ຄົນ ມີ ນະຄອນຫຼວງວຽງຈັນ 315 ຄົນ, ຄໍາມ່ວນ 152 ຄົນ, ຈໍາປາສັກ 59 ຄົນ, ຫຼວງພະບາງ 35 ຄົນ, ແຂວງ ວຽງຈັນ 13 ຄົນ, ບໍ່ແກ້ວ 11 ຄົນ, ສາລະວັນ 7 ຄົນ, ບໍລິຄໍາໄຊ 7 ຄົນ, ສະຫວັນນະເຂດ 5 ຄົນ, ຫຼວງນໍ້າທາ 3 ຄົນ, ໄຊສົມບູນ 3 ຄົນ

ມາຮອດມື້ນີ້ຜູ້ຕິດເຊື້ອສະສົມ 22.441 ຄົນ, ເສຍຊີວິດສະສົມ 16 ຄົນ, ປິ່ນປົວຢູ່ 5271 ຄົນ