ອາເຕຕ້າ ຊີ້ສິ່ງທີ່ພະຍາຍາມສ້າງກັບ ອາເຊນອລ ເລີ່ມເປັນຮູບເປັນຮ່າງແລ້ວ ຫຼັງປາບ ສະເປີ

458
Arsenal's manager Mikel Arteta greets supporters at the end of the English Premier League soccer match between Arsenal and Tottenham Hotspur at the Emirates stadium in London, Sunday, Sept. 26, 2021. (AP Photo/Frank Augstein)

ມິເກລ ອາເຕຕ້າ ຜູ້ຈັດການທີມຂອງ ອາເຊນອລ ເປີດໃຈຫຼັງຈາກທີ່ພາທີມເອົາຊະນະ ທ໊ອດແນມ ຮ໊ອດສະເປີ 3-1 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນທີ 26 ກັນຍາ 2021 ເກັບໄຊຊະນະ 3 ນັດລວດ ຫຼັງຈາກທີ່ເສຍມາ 3 ນັດລວດໃນລະດູນີ້ວ່າ: ສິ່ງທີ່ພະຍາຍາມສ້າງກັບ ອາເຊນອລ ເລີ່ມເປັນຮູບເປັນຮ່າງແລ້ວ

ນັດດັ່ງກ່າວ ອາເຊນອລ ສ້າງຜົນງານໄດ້ໂດດເດັ່ນ ແລະ ໄດ້ 3 ປະຕູລວດຈາກການຍິງຂອງ ສະມິດ ໂຣວ໌ ນາທີໆ 12, ປີແອ-ເອເມຣິກ ໂອບາເມຢອງ ນາທີໆ 27 ແລະ ບູກາໂຢ ຊາກາ ນາທີໆ 34 ກ່ອນທີ່ ສະເປີ ຈະໄລ່ມາເປັນ 1-3 ຈາກການຍິງຂອງ ຊອນ ເຮືອງມິນ ນາທີໆ 79 ຈົບເກມ ອາເຊນອລ ເອົາຊະນະໄປ 3-1.

ຫຼັງຈົບການແຂ່ງຂັນ ອາເຕຕ້າ ໃຫ້ສໍາພາດວ່າ: ການສ້າງທີມໃໝ້ນັ້ນ ສິ່ງສໍາຄັນຄືການເຮັດສິ່ງທີ່ຖືກຕ້ອງ ແລະ ຢຶດມັ້ນໃນຄຸນຄ່າຂອງຕົວເອງ ເຊິ່ງຕອນນີ້ ສະໂມສອນກໍາລັງສ້າງສາຍສໍາພັນກັບແຟນບານ, ທຸກຄົນມີຄວາມມຸ່ງໝັ້ນ, ຕັ້ງໃຈ, ມີພະລັງເຫຼືອລົ້ນ ແລະ ຕ່າງຢູ່ໃນຟອມການຫຼິ້ນທີ່ດີ ແນ່ນອນຮູ້ສຶກມ່ວນທີ່ໄດ້ເຫັນທຸກຄົນຊ້ອມຢ່າງໜັກ, ຕັ້ງໃຈ ແລະ ຕ່າງຊ່ວຍເຫຼືອກັນແລະກັນ ເພື່ອພັດທະນາຕົວເອງ, ຍົກລະດັບທີມ ແລະ ມັນກໍສະແດງໃຫ້ເຫັນຜ່ານການຫຼິ້ນໃນແບບນີ້ ຕໍ່ຈາກນີ້ຄືການຮັກສາມາດຕະຖານການຫຼິ້ນໃຫ້ສະໝໍ່າສະເໝີ.