ຈີນ ກຽມເປີດຂະບວນລົດໄຟຂົນສົ່ງສິນຄ້າ ຊຽງໄຮ-ຮຳບວກ

504

ສຳ​ນັກ​ຂ່າວ​ຊິນ​ຮ​ວາ​ລາຍ​ງານ​ວ່າ ນະ​ຄອນ​ຊຽງ​ໄຮ ເຊິ່ງ​ເປັນ​ສູນ​ກາງ​ທາງ​ດ້ານ​ເສດ​ຖະ​ກິດ​ທາງ​ຕາ​ເວັນ​ອອກ​ຂອງ​ຈີນ ກຽມ​ເປີດ​ບໍ​ລິ​ການ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສູ່​ນະ​ຄອນ ຮຳ​ບວກ​ຂອງ​ເຢຍ​ລະ​ມັນ (ຊຽງ​ໄຮ ເອັກຊ໌​ເພ​ຣ​ສ) ​ໃນ​ວັນ​ທີ 28 ກັນ​ຍາ​ຈະ​ເຖິງ​ນີ້ ເຊິ່ງ​ຖື​ວ່າ ເປັນ​ການ​ບໍ​ລິ​ການ​ລົດ​ໄຟ​ຂ້າມ​ແດນ​ລະ​ຫວ່າງ​ຊຽງ​ໄຮ ຫາ ເອີ​ຣົບ​ເປັນ​ສາຍ​ທຳ​ອິດ​ຂອງ​ໂລກ.

ທັງ​ນີ້ ພາ​ສີ ນະ​ຄອນ​ຊຽງ​ໄຮ ເປີດ​ເຜີຍ​ວ່າ: ການ​ບໍ​ລິ​ການ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ (​ຊຽງ​ໄຮ ເອັກ​ຊ໌​ເພ​ຣ​ສ) Shanghai Express ຈະ​ບັນ​ທຸກ​ເສື້ອ​ຜ້າ, ຊິ້ນ​ສ່ວນ​ລົດ​ຍົນ, ເຟີ​ນີ​ເຈີ, ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ໃນ​ຊີ​ວິດ​ປະ​ຈຳ​ວັນ ແລະ ສິນ​ຄ້າ​ປະ​ເພດ​ອື່ນໆ, ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ ​ຈະ​ອອກ​ເດີນ​ທາງ​ຈາກ​ຈີນ ທາງ​ດ່ານ​ອາ​ລາ​ຊານ ໃນ​ເຂດ​ປົກ​ຄອງ​ຕົນ​ເອງ​ຊິນ​ຈຽງ​ອຸຍ​ກູ ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ໂດຍ​ຈະ​ໃຊ້​ເວ​ລາ​ປະ​ມານ 2 ອາ​ທິດ​ຈະ​ເຖິງ​ນະ​ຄອນ​ຮຳ​ບວກ​ຂອງ​ເຢຍ​ລະ​ມັນ ໂດຍ​ຈະ​ຜ່ານ​ຄາ​ຊັກ​ສະ​ຖານ, ຣັດ​ເຊຍ, ເບ​ລາ​ຣຸ​ສ ແລະ ໂປ​ໂລຍ ກ່ອນ​ຈະ​ເຂົ້າ​ສູ່​ເຢຍ​ລະ​ມັນ.

ຂະ​ບວນງ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ເສັ້ນ​ທາງນີ້ ຈະ​ເປັນ​ທາງ​ເລືອກໃໝ່ດ້ານ​ໂລ​ຈິ​ສ​ຕິກ​ໃຫ້​ແກ່​ຜູ້​ປະ​ກອບ​ການ​ທັງ​ພາຍ​ໃນຈີນ ແລະ ຕ່າງ​ປະ​ເທດ.