ກຳປູເຈຍ ສັກວັກຊີນເຂັມທຳອິດໃຫ້ປະຊາຊົນກວມເອົາກວ່າ 80% ຂອງຈຳນວນປະຊາກອນ

294

ສຳ​ນັກ​ຂ່າວ​ເອ​ພີ​ລາຍງາ​ນ​ໃນ​ວັນ​ທີ 25 ກັນ​ຍາ​ຜ່ານ​ມາ​ວ່າ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ກຳ​ປູ​ເຈຍເປີດ​ເຜີຍ​ວ່າ: ນັບ​ແຕ່​ເລີ່ມ​ໂຄງ​ການ​ສັກ​ວັກ​ຊີນປ້ອງ​ກັນ​ໂຄວິດ-19 ແຫ່ງ​ຊາດ​ແຕ່​ເດືອນ​ກຸມ​ພາ ເປັນ​ຕົ້ນ​ມາ ເພື່ອ​ສ້າງ​ພູມ​ຄຸ້ມ​ກັນ​ໃຫ້​ແກ່​ປະ​ຊາ​ຊົນ ປາ​ກົດ​ວ່າ​ມາ​ຮອດ​ວັນ​ທີ 24 ກັນ​ຍາ 2021 ມີ​ປະ​ຊາ​ກອນກວ່າ 80% ​ໄດ້​ຮັບ​ວັກ​ຊີນເຂັມ​ທຳ​ອິດ​ແລ້ວ ໂດຍ​ແບ່ງ​ເປັນ​ສັກ​ເຂັມ​ທຳ​ອິດ​ໃຫ້​ຜູ້​ໃຫຍ່​ ກວມ​ເອົາ 98% ຂອງ​ປະ​ຊາ​ກອນ​ຜູ້​ໃຫຍ່​ທີ່​ມີ​ປະ​ມານ 10 ລ້ານກວ່າ​ຄົນ.

ໃນ​ຂະ​ນະ​ທີ່​ກຸ່ມ​ປະ​ຊາ​ກອນ​ທີ່​ມີ​ອາ​ຍຸ​ລ​ະຫວ່າງ 12-17 ປີ ໄດ້​ຮັບ​ວັກ​ຊີນເຂັມ​ທຳ​ອິດ​ແລ້ວ 88%, ສ່ວນ​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ 6-11 ປີ ໄດ້​ຮັບ​ວັກ​ຊີນເຂັມ​ທຳ​ອິດ​ແລ້ວ 70% ຂອງ​ຈຳ​ນວນ​ປະ​ຊາ​ກອນ ໂດຍ​ວັກ​ຊີນ​ສ່ວນ​ໃຫຍ່​ເປັນ ແອັ​ສ​ຕ​ຣາ​ເຊ​ເນ​ກ້າ, ຊີ​ໂນ​ແວັກ, ຊີ​ໂນ​ຟາມ, ຈອນ​ສັນ ແອນ ຈອນ​ສັນ.

ມາ​ຮອດ​ປັດ​ຈຸ​ບັນ ກຳ​ປູ​ເຈຍ​ມີ​ຜູ້ຕິດ​ເຊື້ອ​ສະ​ສົມ​ທັງ​ໝົດ 108.275 ຄົນ, ເສຍ​ຊີ​ວິດ 2.218 ຄົນ, ປັດ​ຈຸ​ບັນ​ຍັງ​ມີ​ຜູ້ເຂົ້າ​ປິ່ນ​ປົວ​ຢູ່​ໂຮງ​ໝໍ 5.857 ຄົນ.