9 ເດືອນທີ່ຜ່ານມາ ການລົງທຶນຂອງຕ່າງປະເທດຢູ່ຫວຽດນາມ ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

339

ຕາມຂ່າວຈາກ VOVWORLDໃຫ້ຮູ້ວ່າ:  ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ ຫລື FDI ຢູ່ຫວຽດນາມ ໃນ 9 ເດືອນທີ່ຜ່ານມາບັນລຸ 22,15 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ເຖິງວ່າ ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກກໍຕາມ, ແຕ່ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ຫວຽດນາມ ໃນ 9 ເດືອນທີ່ຜ່ານມາບັນລຸ 22,15 ຕື້ໂດລາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງວ່າ ພວມຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກກໍຕາມ, ແຕ່ບັນດາແຂວງທາງພາກໃຕ້ຫວຽດນາມຍັງຄົງສະແດງໃຫ້ເຫັນຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດ.

ແຂວງລອງອານ ນຳໜ້າດ້ວຍຍອດທຶນຈົດທະບຽນ 3,6 ຕື້ໂດລາ ກວມເອົາ 16,4% ຍອດຈຳນວນເງິນລົງທຶນຈົດທະບຽນຢູ່ຫວຽດນາມນັບແຕ່ຕົ້ນປີມາຮອດປະຈຸບັນ.


ໃນ 9 ເດືອນທີ່ຜ່ານມາ ມີ94 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າມາລົງທຶນຢູ່ຫວຽດນາມ ໂດຍແມ່ນສິງກະໂປ ນຳໜ້າ ດ້ວຍ ຍອດຈຳນວນເງິນລົງທຶນເກືອບ 6,3 ຕຶ້ໂດລາ,  ສ.ເກົາຫຼີ ລືນກາຍຍີປຸ່ນຢືນຢູ່ອັນດັບທີ 2 ດ້ວຍຍອດຈຳນວນເງິນລົງທຶນ 3,9 ຕື້ ໂດລາ, ຍີປຸ່ນຢືນອັນດັບທີ 3 ດ້ວຍຍອດຈຳນວນເງິນລົງທຶນ 3,3 ຕື້ໂດລາ