ຟຸດຊໍໂລກ 2021 ເດີນທາງຮອດຮອບ 8 ທີມສຸດທ້າຍແລ້ວ, ທີມຈາກອາຊີ ເຫຼືອພຽງ 1 ຈາກ 5 ທີມ

602

ການແຂ່ງຂັນກີລາຟຸດຊໍຊີງແຊັມໂລກ 2021 ຮອບ 16 ທີມສຸດທ້າຍ ແມ່ນແຂ່ງຂັນສໍາເລັດໄປແລ້ວໃນອາທິດນີ້ ນັບແຕ່ຕົ້ນອາທິດ ທີ່ຜ່ານມາ ເຊິ່ງໃນນັ້ນມີຊາດຈາກອາຊີ 5 ທີມ ປາກົດວ່າ: ຣັດເຊຍ 3-2 ຫວຽດນາມ, ເວເນຊູເອລາ 2-3 ໂມຣ໊ອກໂກ, ຄາຊັກສະຖານ 7-0 ໄທ, ອາກຊັງຕິນ 6-1 ປາຣາກວາຍ, ບຣາຊິລ 4-2 ຍີ່ປຸ່ນ, ອຸດສະເບກິດສະຖານ 8-9 ອີຣານ, ປ໊ອກຕຸຍການ 4-3 ແຊກບີ ແລະ ແອັດສະປາຍ 5-2 ສາທາລະນະລັດເຊັກ.

ເຮັດໃຫ້ 8 ທີມທີ່ຜ່ານເຂົ້າຮອບປະກອບມີ:
-ຈາກເອີຣົບ 4 ທີມ: ຣັດເຊຍ, ຄາຊັກສະຖານ, ປ໊ອກຕຸຍການ ແລະ ແອັດສະປາຍ
-ຈາກອາເມຣິກາໃຕ້ 2 ທີມ: ອາກຊັງຕິນ ແລະ ບຣາຊິລ

-ຈາກອາຊີ 1 ທີມ: ອີຣານ
-ຈາກອາຟຣິກາໃຄ້ 1 ທີມ: ໂມຣ໊ອກໂກ
ໂດຍຮອບ 8 ທີມສຸດທ້າຍຈະເລີ່ມແຂ່ງຂັນໃນວັນທີ 26 ກັນຍາ 2021 2 ຄູ່ ໂມຣ໊ອກໂກ ພົບ ບຣາຊິລ ເວລາ 20:00 ໂມງ ແລະ ຣັດເຊຍ ພົບ ອາກຊັງຕິນ ເວລາ 22:30 ໂມງ.
ສ່ວນວັນທີ 27 ກັນຍາ 2021 ແອັດສະປາຍ ພົບ ປ໊ອກຕຸຍການ ແລະ ອີຣານ ພົບ ຄາຊັກສະຖານ ເວລາ 24:00 ໂມງ