ຮອງເຈົ້າແຂວງຈໍາປາສັກ ລົງຕິດຕາມສະພາບການນໍ້າເຂດບ້ານແກ້ງຍາວກຸ່ມ 2 ເມືອງບາຈຽງຈະເລີນສຸກ

346

ຮອງເຈົ້າແຂວງຈໍາປາສັກພ້ອມຄະນະແລະຄະນະນໍາຂັ້ນເມືອງບາຈຽງຈະເລີນສຸກລົງຕິດຕາມສະພາບການນໍ້າຂຶ້ນໃນໄລຍະຝົນຕົກລີນຄັ້ງວັນທີ24ກັນຍາ2021ນໍາໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ,ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ ພ້ອມຮອງເລຂາພັກເມືອງ.


ການລົງຕິດຕາມຄັ້ງນີ້ ກໍເພື່ອສະແດງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນຊາວເມືອງບາຈຽງຈະເລີນສຸກ ກ່ຽວກັບສະພາບການຝົນຕົກລີນຕະຫຼອດຄືນເຮັດໃຫ້ລະດັບນໍ້າຫ້ວຍປາຫຼາຍເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼັງໄຫຼເຂົ້າເຮືອນພໍ່ແມ່ປະຊາຊົນທີ່ຢູ່ແຄມຫ້ວຍ,ແລະບ່ອນລະດັບຕໍ່າ.ພ້ອມນັ້ນການນຳຂັ້ນເທິງຍັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນມີສະຕິຂົນຍ້າຍເຄື່ອງຂອງທີ່ສຳຄັນໄປໄວ້ບ່ອນທີ່ປອດໄພ.

ພະຍາກອນອາກາດ ປະຈໍາວັນທີ 26 ກັນຍາ 2021ເວລາ 7:00 ໂມງ ຈາກກົມອຸຕຸນິຍົມ ແລະອຸທົກກະສາດລາຍງານວ່າ: ຄວາມກົດດັນຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ ຍັງສືບຕໍ່ພັດປົກ ຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ທີ່ມາ: ສື່ມວນຊົນແຂວງຈຳປາສັກ