ໃຜທີ່ຕ້ອງການໄປສັກວັກຊີນ ໄລຍະປິດການສັນຈອນ ໃຫ້ປະຕິບັດຕາມນີ້ ພ້ອມໃຫ້ເຈົ້າໜ້າທີ່ອໍານວຍຄວາມສະດວກໃຫ້

639

ການແຜເຊື້ອຂອງພະຍາດໂຄວິດນັບມື້ນັບໜ້າຫ່ວງ ໂດນສະເພາະການແຜ່ເຊື້ອໃນຊຸມຊົນ ທີ່ບາງກໍລະນີ ບໍ່ຮູ້ຮອດແຫຼ່ງທີ່ມາຊັດເຈນ ດັ່ງນັ້ນແລ້ວ ການປະຕິບັດມາດຕະການ ໂດຍການຢູ່ແຕ່ໃນບ້ານເຮືອນແມ່ນດີທີ່ສຸດ
ແລະ ອີກຢ່າງໜຶ່ງກໍຄືການສັກວັກຊີນ ທີ່ເປັນການສ້າງພູມຄຸ້ມກັນທີ່ດີທີ່ສຸດໃນການຢັບຢັ້ງການກະຈາຍເຊື້ອ ແລະ ປ້ອງກັນຕົນເອງຈາກເຊື້ອພະຍາດໂຄວິດ 19 ໄດ້ລະດັບໜຶ່ງ

ໂດຍ ທ່ານ ດຣ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວວ່າ ຄຽງຄູ່ກັບການປະຕິບັດມາດຕະການສະກັດກັ້ນ ແລະຄວບຄຸມການລະບາດຂອງພະຍາດ ຢ່າງ ເຂັ້ມງວດລັດຖະບານ ສປປລາວ ຍັງເອົາໃຈໃສ່ ແລະເລັ່ງໃນການໃຫ້ວັກຊີນໃຫ້ແກ່ປະຊາຊົນ ໃຫ້ໄດ້ຫຼາຍທີ່ສຸດເພື່ອສາມາດບັນລຸຕາມແຜນ ການທີ່ວາງໄວ້, ຄືໃຫ້ການສັກວັກຊີນແກ່ປະຊາຊົນໄດ້ປົກຄຸມຢ່າງຫນ້ອຍ 50% ຂອງພົນ ລະ ເມືອງໃນປະເທດ ໃນປີ 2021

ຮອດປະຈຸບັນທົ່ວປະເທດແມ່ນສາມາດສັກວັກຊີນ ເຂັມທີ່ 1 ໄດ້ 2,915,317 ຄິດເປັນເປີເຊັນ 39.73 %, ທຸກເຂັມແນະນໍາ ໄດ້ 2,008,738 ຄິດເປັນເປີເຊັນ 27.38 %
ການໄດ້ຮັບວັກຊີນຄົບ ແມ່ນຈະເປັນການສ້າງພູມຄຸ້ມກັນ ຂອງທ່ານ ແລະ ຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດໂຄວິດ 19 ແຕ່ວັກຊີນທີ່ໃຊ້ໃນປະຈຸບັນຍັງບໍ່ມີວັກຊີດໃດ ທີ່ສາມາດປ້ອງກັນພະຍາດໂຄວິດ 19 ໄດ້ 100%
ດັ່ງນັ້ນ ເຖິງແມ່ນວ່າຈະໄດ້ຮັບວັກຊີນແລ້ວ ແຕ່ພວກເຮົາຕອ້ງຍັງສືບຕໍ່ ປະຕິບັດມາດຕະການຮັກສາໄລຍະຫ່າງໃນສັງຄົມ ແລະ ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງ ເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະທຸກຄົນໃນສັງຄົມ

ສໍາລັບຢູ່ນະຄອນຫຼວງວຽງຈັນສະຖານທີ່ໃຫ້ວັກຊີນມີຄື
1 ໂຮງຫມໍ ສູນກາງ, 2ໂຮງຫມໍ ເມືອງ 9 ຕົວເມືອງ, 3 ສູນການຄ້າລາວໄອເຕັກ, 4 ວັດຈີນ ດົງປາແຫຼບ ເມືອງຈັນທະບູລີ (ເປີດວັນຈັນ-ສຸກ ໂມງລັດທະການ)

ແລະ ການໄປຮັບວັກຊີນໃນໄລຍະປະຕິບັດມາດຕະການຈໍາກັດການສັນຈອນນີ້ ແມ່ນປະຕີບັດຄື ທ່ານຈະໄປສັກເຂັມ
1 ກໍຂໍອະນຸຍາດອໍານາດການປົກຄອງບ້ານເພື່ອອອກໃບຢັ້ງຢືນໃຫ້ໃນກໍລະນີບໍ່ຢູ່ໃນບ້ານແດງ ທ່ານຈຸໄປສັກເຂັ້ມ
2 ກໍຂໍໃຫ້ ເອົາບັດຂຽວທີ່ສັກເຂັມ1 ແລ້ວ ໄປຢັ້ງຢືນຕໍ່ເຈົ້າຫນ້າທີ່ປະຈໍາດ່ານ

ສໍາລັບບ້ານແດງ ແມ່ນຈະມີທີມແພດໄປໃຫ້ບໍລິການສັກວັກຊີນຢູ່ບ້ານ ແລະ ຂໍໃຫ້ທາງອໍານາດການປົກຄອງບ້ານ ແລະ ເຈົ້າຫນ້າທີ່ປະຈໍາດ່ານກວດຈົ່ງອໍານວຍຄວາມສະດວກແກ່ຜູ້ຈະໄປຮັບວັກຊີນ ປ້ອງກັນ ໂຄວິດ 19 ດ້ວຍ ເພື່ອເຮັດໃຫ້ການສັກ ວັກຊີນ ປົກຄຸມໄດ້ຕາມຄາດຫມາຍທີ່ວາງໄວ້