ເຈົ້າແຂວງສາລະວັນ ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານຫ້ວຍແສງ ເມືອງເລົ່າງາມ

468

ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ ແລະ ການນຳເມືອງເລົ່າງາມ ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານຫ້ວຍແສງ ເມືອງເລົ່າງາມ ໃນວັນທີ 24 ກັນຍາຜ່ານມາ.

ຈາກການປະເມີນຜົນເສຍຫາຍເບື້ອງຕົ້ນ ມີໜອງປາເສຍຫາຍ 47 ໜອງ, ລານຕາກກາເຟ 2 ລານ, ເຮືອນຄົວ ແລະ ຮ້ານຂາຍເຄື່ອງແຫ້ງເສຍຫາຍຈໍານວນໜຶ່ງ, ພ້ອມນີ້ ຍັງມີເຄື່ອງປູກຂອງປະຊາຊົນ ເປັນຕົ້ນ ກາເຟ ແລະ ພືດຜັກ ໄດ້ຮັບຄວາມເສຍຫາຍ 5 ເຮັກຕາ ຄິດເປັນມູນຄ່າເສຍຫາຍເກືອບ 200 ລ້ານກີບ.


ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ລາຍງານວ່າ: ໃນວັັນທີ 24 ກັນຍາ 2021 ນີ້ ໄດ້ເກີດມີຝົນຕົກຕໍ່ເນື່ອງ ເຮັດໃຫ້ນໍ້າປ່າໄຫຼລົ້ນຫ້ວຍຕະພົງ ແລ້ວໄຫຼເຂົ້າຖ້ວມບ້ານຫ້ວຍແສງ, ໄດ້ເຮັດໃຫ້ປະຊາຊົນ 30 ກວ່າຫຼັງຄາເຮືອນທີ່ຢູ່ລຽບຕາມຫ້ວຍ ແລະ ຢູ່ພື້ນທີ່ຕໍ່າໄດ້ຮັບຜົນກະທົບ ແລະ ຂາດທີ່ພັກອາໄສ ຊຶ່ງນໍ້າໄດ້ຖ້ວມເຮືອນ, ວັດຖຸສິ່ງຂອງ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ. ຕໍ່ເຫດການດັ່ງກ່າວ, ອຳນາດການປົກຄອງເມືອງເລົ່າງາມ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ກຳລັງ ປກສ-ປກຊ ສົມທົບກັບກຳລັງຊາວໜຸ່ມຂອງບ້ານ ໄດ້ເຂົ້າໄປຊ່ວຍເຫຼືອຢ່າງຮີບດ່ວນ, ພ້ອມເກັບມ້ຽນວັດຖຸສິ່ງຂອງ, ຍົກຍ້າຍສິ່ງກີດຂວາງ ແລະ ຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບໄປຢູ່ບ່ອນທີ່ປອດໄພ ໂດຍກຳນົດ 3 ຈຸດຄື: ໂຮງຮຽນ, ວັດ ແລະ ຫ້ອງການບ້ານ ເປັນບ່ອນພັກຊົ່ວຄາວ; ພາຍຫຼັງນໍ້າບົກແຫ້ງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ສົມທົບກັບການຈັດຕັ້ງບ້ານລົງຕິດຕາມກວດກາ, ເກັບກໍາຂໍ້ມູນຜົນເສຍຫາຍ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ຊອກຫາວິທີຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ.


ໂອກາດນີ້, ທ່ານເຈົ້າແຂວງສາລະວັນ ກໍໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ ແລະ ການຈັດຕັ້ງບ້ານເອົາໃຈໃສ່ປຸກລະດົມກຳລັງໃຫ້ມີຄວາມສາມັກຄີ, ມີນໍ້າໃຈຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃຫ້ວ່ອງໄວ ແລະ ປຸກລະດົມນຳຫຼາຍພາກສ່ວນ ເພື່ອຂໍການຊ່ວຍເຫຼືອ ແລະ ພ້ອມກັນມີສະຕິຕິດຕາມສະພາບອາກາດໃນແຕ່ລະໄລຍະ ເພື່ອກຽມຄວາມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ຂ່າວ-ພາບ: ແຂວງສາລະວັນ