ເຈົ້າແຂວງຫຼວງພະບາງ ເນັ້ນເລັ່ງຄວບຄຸມການລະບາດພະຍາດໂຄວິດ-19 ຢູ່ເມືອງງອຍ ເປັນບຸລິມະສິດອັນດັບໜຶ່ງ

293

ເພື່ອເປັນການປະຕິບັດມາດຕະການຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫຼວງພະບາງ ໂດຍສະເພາະແມ່ນເມືອງງອຍ ທີ່ພວມລະບາດໜັກໃນປັດຈຸບັນ. ຄະນະສະເພາະກິດຄວບຄຸມໂຄວິດ-19 ແຂວງຫຼວງພະບາງ ໄດ້ປະຊຸມເພື່ອປຶກສາຫາລືເພື່ອແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂຶ້ນໃນວັນທີ 25 ກັນຍາຜ່ານມາ ທີ່ແຂວງຫຼວງພະບາງໂດຍການເປັນປະທານຂອງ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັັ້ນແຂວງ ພ້ອມດ້ວຍຄະນະເຂົ້າຮ່ວມ.


ທ່ານເຈົ້າແຂວງໄດ້ກ່າວວ່າ: ການລະບາດຂອງພະຍາດໂຄ-19 ຢູ່ແຂວງຫຼວງພະບາງແມ່ນຍັງມີຄວາມສ່ຽງສູງ ຍ້ອນສັງຄົມຍັງຖືເບົາບໍ່ປະຕິບັດລະບຽບກໍຄືມະຕິຄຳສັ່ງຕ່າງໆ ຍັງບໍ່ທັນເຂັ້ມງວດ, ລະເຫຼີງ, ບັນດາບ້ານ, ບັນດາເຂດແດນບໍ່ປະຕິບັດຕາມມາດຕະການຢ່າງເຂັ້ມງວດ, ການຊີ້ນໍາ-ນໍາພາຂອງຄະນະພັກຂັ້ນຕ່າງໆຈຳນວນໜຶ່ງບໍ່ທັນແທດເຖິງຕົວຈິງ, ກຳບໍ່ໄດ້ບັນຫາ, ການໂຄສະນາບໍ່ທັນກວ້າງຂວາງ, ຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງຍັງບໍ່ທັງສູງ, ຍັງຖືເບົາ, ລະບຽບການຄຸ້ມຄອງສູນກັກກັນແຕ່ລະບ່ອນບໍ່ທັງເຂັ້ມງວດ, ຜູ້ທີ່ສຳຜັດໃກ້ຊິດ ກັບຜູ້ມີຄວາມສ່ຽງບໍ່ຈິງໃຈລາຍງານທາມລາຍຂອງຕົນເອງ.

ດັ່ງນັ້ນ ເຮົາຕ້ອງສຸມໃສ່ແກ້ໄຂການລະບາດຢູ່ເມືອງງອຍຄັ້ງນີ້ ເປັນບຸລິມະສິດອັນດັບໜຶ່ງ, ສືບຕໍ່ອອກແຈ້ງການຂອງທ່ານເຈົ້າ, ນຳໄປຜັນຂະຫຍາຍ, ກຳນົດເວລາໃຫ້ອຽດ, ສຳລັບມາດຕະການແກ້ໄຂ ແມ່ນຕ້ອງໂຄສະນາສຶກສາອົບຮົມຢູ່ສຳນັກເມືອງງອຍ ຢ່າງເປັນປົກກະຕິ, ກຳນົດເຂດໃຫ້ຈະແຈ້ງ ບ້ານໃດມີຜູ້ຕິດເຊື້ອ, ບ່ອນໃດແມ່ນເຂດແດງ ໃຫ້ນຳໃຊ້ບົດຮຽນການຈັດຕັ້ງປະຕິບັດໄລຍະຜ່ານມາ, ຫ້າມປະຊາຊົນທີ່ມີຄວາມສ່ຽງອອກຈາກເຮືອນ ຫຼື ທີ່ພັກອາໄສ, ຫ້າມຄົນເມືອງອື່ນເຂົ້າເມືອງງອຍ ແລະ ຫ້າມຄົນເມືອງງອຍໄປເມືອງອື່ນ, ເດັດຂາດບໍ່ໃຫ້ປະຊາຊົນອອກຈາກບ້ານ ສຳລັບຄົນເຈັບ ເປັນຢູ່ບ່ອນໃດ ໃຫ້ປິ່ນປົວຢູ່ເມືອງນັ້ນ ບໍ່ຈຳເປັນແມ່ນບໍ່ໃຫ້ເຄື່ອນຍ້າຍເດັດຂາດ.


ບັນຫາທີ່ຄວນແກ້ໄຂດ່ວນກໍຄືເມືອງທີ່ລະບາດໜັກໃນປັດຈຸບັນ ຄືເມືອງງອຍ ຖັດມາແມ່ນ ເມືອງນານ, ເມືອງວຽງຄຳ ແລະ ນະຄອນຫຼວງພະບາງ, ໂດຍເລັ່ງໃສ່ ເຝົ້າລະວັງ ຊອກຄົ້ນຫາ ຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ, ກະກຽມທີມແພດໝໍລົງຊ່ວຍເຫຼືອເພື່ອຮັບ-ສົ່ງຄົນເຈັບ, ເຈົ້າໜ້າທີ່ທະຫານ, ຕຳຫຼວດ, ແພດໝໍຕ້ອງໄດ້ມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ມີຄວາມພ້ອມຢູ່ສະເໝີ, ຄະນະນຳຂັ້ນຕ່າງໆຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນເອງໃຫ້ສູງຂຶ້ນ, ບໍ່ເຜີຕົວ, ບໍ່ລະເຫຼີງ ແລະ ບໍ່ປະໝາດ.


ສຳລັບຈຸດຄຸມເຂັ້ມ ແມ່ນຈຸດຄົນເຂົ້າ-ອອກ ຕ້ອງເຂັ້ມງວດທີ່ສຸດ, ລາດຕະເວນກວດກາຢູ່ເມືອງງອຍ ເປັນປະຈຳ, ສູນກັກກັນກໍຕ້ອງເຂັ້ມງວດ ຫ້າມຄົນໃນອອກຄົນນອກເຂົ້າ, ຮີບຮ້ອນຄົ້ນຄວ້າມາດຕະການຄວບຄຸມທາງການແພດ, ເພີ່ມກອງເລຂາອະນຸກຳມະການກວດກາເນື້ອໃນຕ່າງໆ ແລະ ເຮັດແຈ້ງການຕ່າງໆ. ສຳລັບນະຄອນຫຼວງພະບາງ ແມ່ນໃຫ້ກວດກາລາດຕະເວນ ປ່າວເຕື່ອນເພື່ອໃຫ້ປະຊາຊົນມີສະຕິລະວັງຕົວຢູ່ສະເໝີ.

ພາບ-ຂ່າວ: ດາວອນ ມະນີວັນ