ໜ້າຄິດ! ຜູ້ຮັກສາປະຕູ ແອັສຕັນ ວິລລາ ປັ່ນປ່ວນກວັກມືທ້າ ໂຣນັລໂດ ມາຍິງກ່ອນທີ່ ບຣູໂນ ຍິງພາດ

372
Manchester United's Bruno Fernandes reacts after missing a penalty shot during the English Premier League soccer match between Manchester United and Aston Villa at the Old Trafford stadium in Manchester, England, Saturday, Sept 25, 2021. (AP Photo/Jon Super)

ຖືເປັນອີກໜຶ່ງປະເດັນທີ່ມີການເປີດເຜີຍຄລິບທີ່ ຜູ້ຮັກສາປະຕູຂອງ ແອັສຕັນ ວິລລາ ປັ່ນປ່ວນດ້ວຍການກວັກມືທ້າ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ມາຍິງຈຸດໂທດ ໃນຈັງຫວະທີ່ ແມນເຊັສເຕີ ຢູໄນເຕັດ ໄດ້ຈຸດໂທດ ນັດທີ ແມນເຊັສເຕີ ຢູໄນເຕັດ ເສຍໃຫ້ກັບ ແອັສຕັນ ວິລລາ 0-1 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນທີ 25 ກັນຍາ 2021
ເມໂທຣ ສື່ຊັ້ນນໍາຂອງປະເທດອັງກິດ ເປີດເຜີຍຄລິບດັ່ງກ່າວໂດຍຄລິບຊີ້ໃຫ້ເຫັນວ່າ: ຜູ້ຮັກສາປະຕູຂອງ ແອັສຕັນ ວິລລາ ກໍຄື ເອມິເລຍໂນ ມາຕິເນຊ ພະຍາຍາມປັ່ນປ່ວນໃນຈັງຫວະຈຸດໂທດດັ່ງກ່າວດ້ວຍການກວັກມືທ້າ ໂຣນັລໂດ ມາຍິງແທນ ບຣູໂນ ກ່ອນທີ່ສຸດທ້າຍ ບຣູໂນ ຈະຍິງຂ້າມຄານອອກໄປແບບບໍ່ໄດ້ລຸ້ນເລີຍ ຈາກນັ້ນ ມາຕິເນຊ ກໍຫັນໄປເຕັ້ນຕໍ່ໜ້າແຟນບານຂອງ ແມນເຊັສເຕີ ຢູໄນເຕັດ.

ຫຼັງຈົບການແຂ່ງຂັນ ໂອເລ ກຸນນາ ໂຊລຊາ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ອອກມາສະແດງຄວາມບໍ່ພໍໃຈເຖິງພຶດຕິການກໍາຂອງນັກເຕະ ແອັສຕັນ ວິລລາ ທີ່ເຂົ້າມາປັ່ນປ່ວນ ບຣູໂນ ຈົນເຮັດໃຫ້ຍິງພາດໃນໄລຍະຕໍ່ເວລາບາດເຈັບ ແລະ ພາດໂອກາດຍິງປະຕູຕີສະເໝີໄປແບບໜ້າເສຍດາຍ.