ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ 280 ຄົນ ບາງກໍລະນີ ບໍ່ຮູ້ແຫຼ່ງທີ່ມາ ອັນນີ້ໜ້າຫ່ວງ

649

ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດປະຈໍາວັນທີ 26 ກັນຍາ 2021 ເຜີຍຂໍ້ມູນວ່າ ມາຮອດປັດຈຸບັນຍອດຜູ້ຕິດເຊື້ອສະສົມທັງໝົດ 21.819 ຄົນ, ເສຍຊີວິດສະສົມທັງໝົດ 16 ຄົນ, ກໍາລັງປິ່ນປົວຢູ່ 4.492 ຄົນ
ມື້ນີ້ພົບຜູ້ຕິດເຊື້ອໃໝ່ 292 ຄົນ ຊຸມຊົນ 280 ຄົນ ໃນນະຄອນຫຼວງ 135 ຄົນ ລາຍລະອຽດຕາມນີ້

1 ນະຄອນຫຼວງວຽງຈັນ ແຍກຕາມ ແຫຼ່ງທີ່ມາຂອງການຕິດເຊື້ອໃນຊຸມຊົນ ທັງຫມົດ 135 ຄົນ
ພະນັກງານໂຮງງານ Trio 63 ຄົນ, ພະນັກງານສາງ DKSH: 1 ຄົນ, ພະນັກງານທະຫານຕໍາຫຼວດ 3 ຄົນ (ຕາຫຼວດ 2)
ພະນັກງານໂຮງງານໂຮຢ້າ 1 ຄົນ, ພະນັກງານເດີນກໍອບແລັກວິວ 1 ຄົນ; ສ່ວນທີ່ເຫຼືອແມ່ນທີມງານກໍາລັງສັງລວມຂໍ້ມູນ 66 ຄົນ
2 ຄໍາມ່ວນ 85 ຄົນ ກໍາມະກອນບໍລິສັດຄາຍຢວນ 83 ຄົນ; ຊຸມຊົນທົ່ວໄປ 2 ຄົນ

3 ແຂວງວຽງຈັນ 16 ຄົນ, ເມືອງໂພນໂຮງ ມີ 10 ຄົນ (ບ້ານໂພນຫໍ ມີ 03 ຄົນ; ບ້ານໂພນແກ້ວ ມີ 02 ຄົນ; ບ້ານ ນາແພງ 1 ຄົນ, ບ້ານໂນນສະຫວາດ 1 ຄົນ, ນ້ໍາລິນ 1 ຄົນ, ບ້ານຊ່າງໃຫ່ຍ 1 ຄົນ ແລະ ບ້ານນາໂພພະລາດ 1 ຄົນ)
ເມືອງວັງວຽງ ມີ 03 ຄົນ (ບ້ານ ຂັນຫນາກ ມີ 02 ຄົນ ແລະ ບ້ານວຽງແກ້ວ ມີ 01 ຄົນ)
ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນຫມີ)

4 ສະຫວັນນະເຂດ 14 ຄົນ ຄ້າຍຄຸມຂັງຫຼັກຫົກ 3 ຄົນ ( ພະນັກງານຕໍາຫລວດ 02 ຄົນ, ນັກໂທດ 01 ຄົນ), ນັກບວດ 01 ຄົນ (ເພດຊາຍ, ອາຍຸ 18 ປີ) ຢູ່ວັດໂພໄຊ, ນະຄອນໄກສອນ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ
ພະນັກງານແພດ ມີ 91 ຄົນ, ເຮັດວຽກຢູ່ເມືອງອາດສະພອນ ຊື່ງເຂົ້າປະຈໍາສູນຫຼັກ 9
ແລະ ຢູ່ຊ່ວງກັກໂຕພາຍຫຼັງອອກປະຈໍາການ, ພະນັກງານທະຫານຄ້າຍ 644, ບ້ານຈະເລີນສຸກ, ເມືອງອຸທຸມພອນ ມີ 01 ກໍລະນີ, ຜູ້ປະຈໍາຢູ່ ມສ ພິນ ຂື້ນກັບເມືອງອຸທຸມພອນ 06 ຄົນ: (ພະນັກງານຕໍາຫລວດ ມີ 03 ຄົນ, ນາຍບ້ານ ມີ 02 ຄົນ, ພະນັກງານປົກຄອງເມືອງ ມີ 91 ຄົນ) ປະຊາຊົນບ້ານວົງພັນສີ, ເມືອງອຸທຸມພອນ ມີ 02 ຄົນ (ເພດຊາຍ 41 ປີ ແລະ ເພດຍິງ 29 ປີ) ຊື່ງເປັນຄົນໃນຄອບຄົວຂອງພະນັກງານຕໍາຫລວດ ທີ່ຕິດເຊື້ອຜ່ານມາ.

5 ຈໍາປາສັກ 12 ຄົນ ຊື່ງມາຈາກເມືອງປະທຸມພອນທີ່ເຄີຍລາຍງານຜ່ານມາ
6 ສາລະວັນ 7 ຄົນ ບ້ານນາເຫຼັກ 04 ຄົນ, ຊື່ງມາຈາກຄອບຄົວຕິດເຊື້ອທີ່ ຜ່ານມາ, ບ້ານໂພນແກ້ວ ມີ 03 ຄົນ ຄອບຄົວດຽວກັນກັບພະນັກງານແພດກາຍຍະບໍາບັດໂຮງຫມໍ
ແຂວງສາລະວັນ ທີ່ຕິດເຊື້ອຜ່ານມາ.
7 ບໍລິຄໍາໄຊ 4 ຄົນ ບ້ານຫ້ວຍໄຮ, ເມືອງປາກກະດີງ ມີ 03 ຄົນ (ເພດຍິງ ອາຍຸ 08 ປີ ອາຊີບນັກຮຽນ, ເພດຍິງ ອາຍຸ 73 ປີ, ເພດຊາຍ ອາຍຸ 37 ປີ ອາຊີບ ເຮັດນາ) ເປັນຄອບຄົວຜູ້ ຕິດເຊື້ອຜ່ານມາ
ບ້ານໄຊສະຫວ່າງ, ເມືອງທ່າພະບາດ ມີ 01 ກໍລະນີ (ເພດຍິງ, ອາຍຸ 30 ປີ, ອາຊີບ ທະຫານ

8 ຫຼວງພະບາງ 3 ຄົນ ທັງຫມົດແມ່ນໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານດຽວກັນ ຊື່ງ ຢູ່ບ້ານ ຫນອງຂຽວ, ເມືອງງອຍ.
9 ບໍ່ແກ້ວ 2 ຄົນ ໃນເຂດເສດຖະກິດພິເສດ
10 ຫລວງນ້ໍາທາ 1 ຄົນ: ບ້ານ ວຽງຄໍາ, ເມືອງນ້ໍາທາ, ຜູ້ກ່ຽວ ກັບຄອບຄົວເດີນທາງຈາກ
ຫຼວງນ້ໍາທາໃນວັນທີ 17/09/2011 ມາແຂວງວຽງຈັນ ບ້ານໂພນຫມີໄຕ້ ໃກ້ຕະຫຼາດ ເພື່ອ ສົ່ງສະການແມ່ເສຍຊີວິດ.
ຢູ່ເຮືອນດີ ນັບແຕ່ວັນທີ 17/09/2011 ຮອດວັນທີ 22/09/2001 ເປັນເວລາ 06 ວັນ, ວັນທີ 24/09/2021 ເວລາ 9 ໂມງໄດ້ເຂົ້າໄປ ເກັບຕົວຢ່າງກວດໂຄວິດຢູ່ໂຮງຫມໍແຂວງຄັ້ງທີ 1 ຜົນກວດບໍ່ຈະແຈ້ງ, ໄດ້ກັບມາເກັບຕົວຢ່າງອີກ ວັນທີ 25/09/2021 ແລ້ວໃຫ້ຜົນບວກ.

11 ອັດຕະປື 1 ຄົນ ເພດຍິງ, ອາຍຸ 37 ປີ; ພະນັກງານຖະແຫຼງຂ່າວແຂວງ.
ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ຂອງແຂວງ.