ພົບໃໝ່ຜູ້ຕິດເຊື້ອທັງໝົດ 292 ຄົນ, ຊຸມຊົນ 280 ຄົນ ເຮົາຈະຜ່ານວິກິດນີ້ໄປໄດ້ ທຸກຄົນຮ່ວມໃຈກັນປະຕິບັດມາດຕະການ

555

ສະຖານະການການຕິດເຊື້ອໂຄວິດ 19 ມື້ນີ້ 26 ກັນຍາ 2021, ພົບຜູ້ຕິດເຊື້ອໂຄວິດ 19 ທັງໝົດ 292 ຄົນ, ນໍາເຂົ້າ 12 ຄົນ, ຊຸມຊົນ 280 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນຫຼາຍກ່ອນໝູ່ 135 ຄົນ ແລະ ຮອງລົງມາແມ່ນ ແຂວງ ຄໍາມ່ວນ 85 ຄົນ

ທ່ານ ດຣ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 26 ກັນຍາ 2021 ວ່າ ມາຮອດທໍມື້ນີ້ເຮົາເກັບຕົວຢ່າງກວດທັງໝົດ 4.816 ຄົນ ພົບຜູ້ຕິດເຊື້ອໃໝ່ 292 ຄົນ, ນໍາເຂົ້າ 12 ຄົນ ຈາກແຂວງສະຫວັນນະເຂດ 5 ຄົນ, ຈໍາປາສັກ 3 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ ແລະ ຄໍາມ່ວນ 1 ຄົນ

ພົບຜູ້ຕິດເຊື້ອໃນຊຸມຊົນທັງໝົດ 280 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 135 ຄົນ, ຄໍາມ່ວນ 85 ຄົນ, ແຂວງ ວຽງຈັນ 16 ຄົນ, ສະຫວັນນະຂດ 14 ຄົນ, ຈໍາປາສັກ 12 ຄົນ, ສາລະວັນ 7 ຄົນ, ບໍລິຄໍາໄຊ 4 ຄົນ, ຫຼວງພະບາງ 3 ຄົນ, ບໍ່ແກ້ວ 2 ຄົນ, ອັດຕະປື 1 ຄົນ ແລະ ຫຼວງນໍາທາ 1 ຄົນ

ມາຮອດປັດຈຸບັນຍອດຜູ້ຕິດເຊື້ອສະສົມທັງໝົດ 21.819 ຄົນ, ເສຍຊີວິດສະສົມທັງໝົດ 16 ຄົນ, ກໍາລັງປິ່ນປົວຢູ່ 4.492 ຄົນ

ບ້ານແດງໃໝ່ນະຄອນຫຼວງວຽງຈັນ ມີ 09 ບ້ານ ໃນ 5 ເມືອງ
ເມືອງໄຊທານີ ມີ ບ້ານ ໄຮ່
ເມືອງ ໄຊເຊດຖາ ມີ ບ້ານ ໂພນທອງ
ເມືອງ ສີໂຄດຕະບອງ ມີ ບ້ານ ໃຫມ່, ຫນອງບຶກເຫມືອ, ຫ້ວຍຫ້ອມ ແລະ ໂພນສະຫວາດໃຕ້

ເມືອງ ນາຊາຍທອງ ມີ ບ້ານ ໄຊມຸງຄຸນ ແລະ ຫົວຊ້າງ
ເມືອງ ຫາດຊາຍຟອງ ມີ ບ້ານ ສະຫ່ວາງ