ຫວຽດນາມ ເລື່ອນເປີດເກາະຟູກວັກ ສາເຫດສັກວັກຊີນຫຼ້າຊ້າ

513

ສຳ​ນັກ​ຂ່າວ​ຣອຍ​ເຕີ ລາຍ​ງານ​ວ່າ ຫວຽດ​ນາມ​ໄດ້​ເລື່ອນ​ການ​ເປີດ​ເກາະ​ຟູກວັກ (Phu Quoc) ເຊິ່ງ​ເປັນ​ເກາະ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ອອກ​ໄປ ເປັນ​ເດືອນ​ພະ​ຈິກ ຈາກ​ເດີມ​ຈະ​ເປີດ​ໃນ​ເດືອນ​ຕຸ​ລາ​ນີ້, ເນື່ອງ​ຈາກ​ອັດ​ຕາ​ການ​ສັກ​ວັກ​ຊີນປ້ອງ​ກັນ​ໂຄວິດ-19 ໃຫ້​ປະ​ຊາ​ຊົນ​ໃນ​ເຂດ​ພື້ນ​ທີ່​ຍັງ​ຕ່ຳ.

ຄະ​ນະ​ກຳ​ມະ​ການ​​ປະ​ຊາ​ຊົນ​ເມືອງ​ຟູກວັກ ໄດ້​ອອກ​ແຈ້ງ​ການ​ວ່າ ຍັງ​ບໍ່​ສາ​ມາດ​ເປີດ​ເກາະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທີ່​ສັກ​ວັກ​ຊີນຄົບ​ໂດ​ສ​ແລ້ວ ໃຫ້​ມາ​ທ່ອງ​ທ່ຽວ​ເກາະ​ດັ່ງ​ກ່າວ​ໄດ້ ຕາມ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ໄດ້​ເທື່ອ ເນື່ອງ​ຈາກວ່າ ​ການ​ສັກ​ວັກ​ຊີນປ້ອງ​ກັນ​ໂຄວິດ-19 ໃຫປະ​ຊາ​ຊົນ​ທ້ອງ​ຖິ່ນ​ຍັງ​ບໍ່​ບັນ​ລຸ​ເປົ້າ​ໝາຍ, ນອກ​ຈາກ​ນີ້ ຍັງ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ໃໝ່​ຢ່າງ​ຕໍ່​ເນື່ອງ, ດັ່ງ​ນັ້ນ ຈຶ່ງ​ຂໍ​ເລື່ອນ​ອອກ​ໄປ​ເປັນ​ເດືອນ​ພະ​ຈິກ 2021.

ທັງ​ນີ້ ກະ​ຊວງ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ປະ​ກາດ​ໃນ​ຕົ້ນ​ເດືອນ​ກັນ​ຍາ​ວ່າ ກຽມ​ໃຫ້​ເກາະ​ຟູກວັກ​ຕ້ອນ​ຮັບ​ນັກ​ທ່ອງ​ທຽວຕ່າງ​ປະ​ເທດ ເພື່ອ​ເປັນ​ຕົ້ນ​ແບບ ໂດຍ​ມີ​ເງື່ອ​ໄຂວ່າ ນັກ​ທ່ອງ​ທ່ຽວ​ທີ່​ຈະ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ເກາະ​ແຫ່ງ​ນີ້ ຕ້ອງ​ສັກ​ວັກ​ແຊັງ​ຄົບ​ໂດ​ສ ແລະ ມີ​ຜົນ​ກວດ​ໂຄວິດ​ເປັນ​ລົບ​ພາຍ​ໃນ 72 ຊົ່ວ​ໂມງ ກ່ອນ​ການ​ເດີນ​ທາງ.