ບ້ານແດງໃໝ່ 10 ບ້ານ ຈາກ 5 ຕົວເມືອງ ແລະ ສະຖານທີ່ສ່ຽງ ໃຜຮູ້ສຶກຢູ່ໃນກຸ່ມສ່ຽງໃຫ້ຮີບໄປກວດ

1281

ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດປະຈໍາວັນທີ 25 ກັນຍາ 2021 ເຜີຍຂໍ້ມູນວ່າ ມາຮອດ ຍອດຜູ້ຕິດເຊື້ອສະສົມທັງໝົດ 21.527 ຄົນ, ເສຍຊີວິດສະສົມທັງໝົດ 16 ຄົນ, ກໍາລັງປິ່ນປົວຢູ່ 4.403 ຄົນ
ມື້ນີ້ພົບຜູ້ຕິດເຊື້ອໃໝ່ 447 ຄົນ ຊຸມຊົນ 427 ຄົນ ໃນນະຄອນຫຼວງ 206 ຄົນ ແລະ ສະຖາທີ່ສ່ຽງ ທີ່ຜູ້ຕິດເຊື້ອໂຄວິດໃໝ່ໄດ້ເດີນທາງໄປຄື ໂຮງງານ ອານປີ
ພ້ອມກັບບ້ານແດງໃໝ່ທີ່ທຸກຄົນຕ້ອງເຝົ້າລະວັງ 10 ບ້ານ ຈາກ 5 ເມືອງ ຄື

ເມືອງໄຊທານີ ບ້ານ ໂພນໄຮຄໍາ ແລະ ອຸດົມຜົນ
ເມືອງ ໄຊເຊດຖາ ບ້ານ ເມືອງນ້ອຍ ແລະ ແສງສະຫ່ວາງ
ເມືອງ ສີໂຄດຕະບອງ ບ້ານ ໜອງບຶກໄຕ້, ວຽງສະຫວັນ ແລະ ໜອງໜ້ຽວ
ເມືອງ ນາຊາຍທອງ ບ້ານ ນາຊາຍໃຕ້ ແລະ ໂພນສະຫວັນ
ເມືອງ ສີສັດຕະນາກ ບ້ານ ດົງສະຫວາດ

ແລະ ຜູ້ໃດທີ່ມີອາການ ຫຼື ຢາກໄປກວດຫາເຊື້ອ ສາມາດໄປກວດຫາເຊື້ອໄດ້ ຕາມຈຸດຕ່າງໆດັ່ງນີ້ ຈຸດເກັບຕົວຢ່າງ ສະໝານກິລາໃນຮົ່ມ ບຶງຂະຫຍອງ, ຈຸດເກັບຕົວຢ່າງ ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ, ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ, ສາທາເມືອງນາຊາຍທອງ (ຢູ່ ບ້ານ ຫ້ວຍນ້ຳເຢັນ ຮອດວັນພຸດ)
ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ ທິມເກັບຕົວຢ່າງເຄື່ອນທີ່

ທິມເຄື່ອນທີ່ຂອງ ສາທາເມືອງ ໄຊທານີ 1 ທີມ ເຄື່ອນທີ່ຕາມຈຸດທີ່ມີການລະບາດ ພາຍໃນເມືອງ, ເມືອງ ສີສັດຕະນາກ 1 ທີມ ເຄື່ອນທີ່ຕາມຈຸດທີ່ມີການລະບາດ, ເມືອງນາຊາຍທອງ ມີຈຸດຄົງທີ່ທີ່ເວົ້າມາຂ້າສເທິງ ກໍ່ຍັງມີທິມເຄື່ອນໄປເກັບຕາມສູນຈຳກັດບໍລິເວນພາຍໃນເມືອງຕື່ມອີກ, ເມືອງສີໂຄດຕະບອງ ມີ 1 ທີມເຄື່ອນທີໄປເກັບຢູ່ ບ້ານ ຫ້ວຍນ້ຳເຢັນ
ທິມເຄື່ອນທີ່ຂອງ ນະຄອນຫຼວງ 2 ທິມ ເຄື່ອນທີໄປຊ່ວຍທຸກເມືອງເກັບຕົວຢ່າງຢູ່ບ່ອນທີ່ມີການລະບາດ
ທຸກທີມແມ່ນໃຫ້ບໍລິການບັນດາທ່ານທຸກວັນຕອນເຊົ້າ 9:00–11:30 ໂມງ (ວັນຈັນ ຫາ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.

ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.