JDB ເຊັນບົດບັນທຶກຄວາມເຂົ້າໃຈ ກັບບໍລິສັດ ລາວນີວເພ ເທັກໂນໂລຢີ ຈອຍເວັນເຈີ ຈໍາກັດ ຫຼື Newpay

705

ໃນວັນທີ 23 ກັນຍາ 2021, ທີ່ສໍານັກງານໃຫຍ່ ທະນາຄານ ຮ່ວມພັດທະນາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານ ຮ່ວມພັດທະນາ ຫຼື JDB ແລະ ບໍລິສັດ ລາວນີວເພ ເທັກໂນໂລຢີ ຈອຍເວັນເຈີ ຈໍາກັດ ຫຼື Newpay

ຝ່າຍທະນາຄານ ຮ່ວມພັດທະນາ ຮ່ວມລົງນາມໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍໃຫຍ່ທະນາຄານ ຮ່ວມພັດທະນາ, ຝ່າຍບໍລິສັດ Newpay ຮ່ວມລົງນາມໂດຍ ທ່ານ ເມກສະຫວ່າງ ພົມມາລີ​ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວນີວເພ ເທັກໂນໂລຢີຈອຍເວັນເຈີ ຈໍາກັດ, ໂດຍຊ້ອງໜ້າຄະນະຜູ້ບໍລິຫານ, ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍກໍ່ໄດ້ເຂົ້າຮ່ວມ.


ຈຸດປະສົງໃນການຮ່ວມມືໃນຄັ້ງນີ້ ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າທັງສອງຝ່າຍມີທາງເລືອກເພີ່ມຂຶ້ນ, ສົ່ງເສີມການນໍາໃຊ້ຜະລິດຕະພັນທັງສອງຝ່າຍ, ການຮັກສາຖານລູກຄ້າຮ່ວມກັນ, ຂະຫຍາຍຖານລູກຄ້າໃໝ່ຮ່ວມກັນ, ພັດທະນາລະບົບຮ່ວມກັນ ເພື່ອອໍານວຍຄວາມສະດວກໃຫ້ລູກຄ້າຂອງທັງສອງຝ່າຍ, ຂະຫຍາຍເຄືອຂ່າຍບໍລິການໃຫ້ກວ້າງຂວາງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນທາງດ້ານທຸລະກິດ.


ທັງສອງຝ່າຍເຫັນດີຮ່ວມມືກັນໃນດ້ານຄົ້ນຄວ້າພັດທະນາລະບົບການຕື່ມເງິນ (Top Up) ເຂົ້າກະເປົາເງິນອີເລັກໂຕຣນິກ ນີວເພ ແລະ ຖອນເງິນສົດຈາກບັນຊີກະເປົາເງິນອີເລັກໂຕຣນິກ ນີວເພ ຜ່ານໜ້າເຄົາເຕີຂອງທະນາຄານຮ່ວມພັດທະນາໃນຂອບເຂດທົ່ວປະເທດ.
ນອກຈາກນັ້ນ, ຍັງຈະໄດ້ຮ່ວມມືກັນຄົ້ນຄວ້າພັດທະນາລະບົບການໂອນເງິນຜ່ານລະບົບ App JDB Yes Mobile Banking ເຂົ້າຫາກະເປົາເງິນອີເລັກໂຕຣນິກ ນີວເພ ແລະ ຜ່ານລະບົບກະເປົາເງິນອີເລັກໂຕຣນິກ ນີວເພ ຫາ ບັນຊີທະນາຄານ ຂອງ JDB. ຮ່ວມມືກັນສຶກສາຄວາມເປັນໄປໄດ້ການເຊື່ອມຕໍ່ລະບົບ API Payments Gateway ໃນການຊໍາລະສະສາງດ້ວຍລະບົບ Dynamic QR ຂອງ JDB ເພື່ອຈ່າຍເງິນຊື້-ຂາຍ ສິນຄ້າ ແລະ ຄ່າບໍລິການຜ່ານທາງອອນລາຍ ແລະ ຜ່ານລະ ບົບກະເປົາເງິນເອເລັກໂຕຣນິກ ນີວເພ ໃຫ້ແກ່ລູກຄ້າ ແລະ ຮ້ານຄ້າສະມາຊິກຂອງກະເປົາເງິນເງິນເອເລັກໂຕຣນິກ ນີວເພ.


ປັດຈຸບັນ, ທະນາຄານ ຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ, ຫຼາຍສະຖາບັນ ແລະ ຫຼາຍບໍລິສັດ-ຫຼາຍໂຮງງານ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນ ໂດຍປະຕິບັດຄໍຳຂວັນທີ່ວ່າ: ພວກເຮົາຈະ “ ເຕີບໃຫ່ຍໄປພ້ອມກັນ “

[ເນື້ອໃນ-ພາບ: ຄໍາຕົ້ນ ວໍລະຈັກ]