ສົ່ງຕົວຜູ້ຫາຍດີຈາກໂຄວິດກັບຄືນ ທ່າມກາງຝົນຕົກໜັກຢູ່ແຂວງ ຈຳປາສັກ

580

ຊົມເຊີຍທີມແພດໝໍ ແຂວງຈຳປາສັກ ແລະດີໃຈນຳຜູ້ທີ່ໄດ້ຮັບການປິ່ນປົວຫາຍດີຈາກການຕິດເຊື້ອໂຄວິດ ທີ່ມີຮອຍຍິ້ມເບີກບານ ແຈ່ມໃສ ຫຼັງຈາກທີ່ໄດ້ຫຼຸດພົ້ນຈາກພະຍາດຮ້າຍ ເຖິງແມ່ນວ່າໃນຕອນເຊົ້າຂອງມື້ນີ້ຝົນຈະຕົກໜັກພຽງໃດທຸກຄົນກໍ່ຍີ້ມສູ້ ສົ່ງຜູ້ຫາຍດີແລ້ວຈຳນວນ 57 ຄົນກັບຈາກໂຮງໝໍ ເພື່ອໄປຢູ່ເມືອງຂອງຕົນຕໍ່ໄປ.
ວັນທີ 24 ກັນຍາ 2021 ທີ່ໂຮງໝໍພາກສະໜາມ ມຈ ແຂວງ ຈຳປາສັກໄດ້ສົ່ງຜູ້ປີ່ນປົວຫາຍດີ ຈາກການຕິດເຊື້ອໂຄວິດ19 ຈຳນວນ 57ຄົນ ກັບຄືນສູ້ທ້ອງຖິ່ນໃນທ່າມກາງຝົນຕົກໜັກ ໂດຍມີທີມແພດໝໍ ແລະ ຄອບຄົວ ມາຮັບ ແລະ ສົ່ງທາງກັບສູ່ສູນກັກກັນຂອງເມືອງອີກ 14 ວັນ.

ກ່ອນຈະມີການສົ່ງຕົວທີມແພດໝໍກ່າວແນະນຳວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ໃນແຂວງຈຳປາສັກ ມາຮອດມື້ນີ້ ມີຜູ້ຕິດເຊື້ອສະສົມຢູ່ທີ່ 4.735 ຄົນ, ຍິງ 2.344 ຄົນ, ປິ່ນປົວຫາຍດີ 4.096 ຄົນ ແລະ ຍັງປິ່ນປົວຢູ່ 636 ຄົນ.

ຖ້າມີບັນຫາສອບຖາມສາຍດ່ວນ 031 166