ຄວາມເຄັ່ງຕຶງທາງການທູດ ລະຫວ່າງ ຝຣັ່ງ ແລະ ອາເມຣິກາ ຜ່ອນຄາຍລົງ ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງ ໄບເດັນ-ມາຄອງ

260

(VOVWORLD) -ປະທານາທິບໍດີ ສອງທ່ານ ໄດ້ເຫັນດີເປັນເອກະພາບຈະພົບປະກັນໃນທ້າຍເດືອນ ຕຸລາ ປີ 2021 ແລະ ໄດ້ຕັດສິນຈະສ້າງວິວັດທະນາການປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ ເພື່ອ ແນໃສ່ສ້າງບັນດາເງື່ອນໄຂ ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ກໍ່ຄືວາງອອກບັນດາມາດຕະການລະອຽດ ພາຍຫຼັງບັນລຸໄດ້ເປົ້າໝາຍລວມ.

ຕອນບ່າຍວັນທີ 22 ກັນຍາ, ທຳນຽບປະທານາທິບໍດີ ຝຣັ່ງ ໄດ້ອອກແຈ້ງການຮ່ວມກັບທຳນຽບຂາວ ໂດຍໃຫ້ຮູ້ວ່າ ສອງປະເທດ ຝຣັ່ງ – ອາເມຣິກາ ໃຫ້ຄຳໝັ້ນສັນຍາຈະສ້າງ ຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ ພາຍຫຼັງການໂອ້ລົມທາງໂທລະສັບ ລະຫວ່າງ ທ່ານປະທານາທິບໍດີ ຝຣັ່ງ ມານູເອລ ມາຄອງ  ແລະ ທ່ານ ປະທານາທິບໍດີ ອາເມລິກາ ໂຈ ໄບເດັນ

ໃນແຈ້ງການຂ່າວຮ່ວມ ພາຍຫຼັງການໂອ້ລົມທາງໂທລະສັບ ລະຫວ່າງ ທ່ານປະທານາທິບໍດີ ຝຣັ່ງ ແລະ ທ່ານປະທານາທິບໍດີອາເມຣິກາ, ສອງປະເທດ ຝຣັ່ງ – ອາເມລິກາ ຍອມຮັບວ່າ “ສະພາບການໃນປັດຈຸບັນ ອາດຈະຫຼີກລ່ຽງໄດ້ ຖ້າບັນດາການປຶກສາຫາລືຢ່າງເປີດເຜີຍລະຫວ່າງບັນດາສຳພັນທະມິດກ່ຽວກັບບັນຫາຍຸດທະສາດ ສຳລັບປະເທດຝຣັ່ງ ແລະ ບັນດາຄູ່ຮ່ວມມືເອີຣົບ ໄດ້ຮັບການປະຕິບັດ.”, ພ້ອມທັງໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ໂຈ ໄບເດັນ ໄດ້ໃຫ້ຄຳໝັ້ນສັນຍາ ຈະປະຕິບັດການປຶກສາຫາລືນີ້ຢ່າງຍືນຍົງ.

ປະທານາທິບໍດີ ສອງທ່ານ ໄດ້ເຫັນດີເປັນເອກະພາບຈະພົບປະກັນໃນທ້າຍເດືອນ ຕຸລາ ປີ 2021 ແລະ ໄດ້ຕັດສິນຈະສ້າງວິວັດທະນາການປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ ເພື່ອແນໃສ່ສ້າງບັນດາເງື່ອນໄຂ ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ກໍຄືວາງອອກບັນດາມາດຕະການລະອຽດ ພາຍຫຼັງບັນລຸໄດ້ເປົ້າໝາຍລວມ.

ໃນນີ້ທ່ານເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ອາເມຣິກາ ຈະກັບຄືນ ອາເມລິກາ ໃນອາທິດໜ້າ.