ເອົາໃຈຊ່ວຍ! ແພດຫມໍປະຈຳສູນກັກກັນຫລັກ27 ປະຕິບັດຫນ້າທີ່ເພື່ອຊາດຢ່າງຫ້າວຫັນ

425

ນັບແຕ່ມີການແຜ່ລະບາດຂອງໂຄວິດ19 ບັນດາແພດໝໍທີ່ເຮັດໜ້າທີ່ປິ່ນປົວ, ກວດຫາເຊື້ອ ແລະຕິດຕາມອາການຕ່າງໆແມ່ນກືອບຈະບໍໄດ້ພັກເລີຍ ແລະຕົວເລກຂອງຜູ້ຕິດເຊື້ອກໍ່ເພີ່ມຂຶ້ນໃນແຕ່ລະວັນ ແຕ່ແພດໝໍກໍຕ້ອງສູ້ຕໍ່ເປັນນັກຮົບດ່ານໜ້າໃຫ້ພວກເຮົາທຸກຄົນເຖິງຈະອິດເມື່ອຍພຽງໃດກໍ່ຕາມ.

ໃນວັນທີ 21 ກັນຍາ 2021 ນີ້, ພັນໂທ ນາງແສງຈັນ ຜາຍຕ້າຍຄໍາ ຫົວໜ້າພະແນກ ຈຸລິນຊີ ວິທະຍາ ສະຖະບັນກັນພະຍາດ ສົ່ງເສີມສຸກຂະພາບກອງທັບ ພ້ອມດ້ວຍທິມງານແພດທີ່ໄດ້ຮັບການແຕ່ງຕັ້ງປະຈໍາພາກສະໝາມໄດ້ລົງກວດຫາເຊື້ອໂຄວິດ-19 ໃຫ້ພະນັກງານ- ນັກຮົບ ພ້ອມດ້ວຍຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດຢູ່ສູນກັກກັນຫລັກ27 ເມືອງໄຊທານີນະຄອນຫລວງວຽງຈັນ.

ພັນໂທ ນາງແສງຈັນ ຜາຍຕ້າຍຄໍາ ໃຫ້ສຳພາດວ່າ: ໂດຍປະຕິບັດສຶບຕໍ່ສະກັດກັ້ນການແຜ່ລະບາດໂຄວິດ 19 ຂອງນາຍົກລັດຖະມົນຕີ ແລະ ເພີ່ມທະວີເອົາໃສ່ຢ່າງເຂັມງວດ ເວົ້າສະເພາະ ສູນກັກກັນຫຼັກ 27 ແມ່ນສູນໜຶ່ງທີ່ຈໍາກັດ ບໍລິເວນເພື່ອຕິດຕາມຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອໂຄວິດ 19 ເຊິ່ງ ລັດຖະບານໄດ້ມອບໃຫ້ກະຊວງປ້ອງກັນປະເທດເປັນຜູ້ຄຸ້ມຄອງ ແລະ ໄດ້ເປີດນຳໃຊ້ມາແຕ່ເດືອນມີນາ ປີ 2021 ເປັນຕົນມາໄລຍະຜ່ານມາມີຜູ້ທີ່ໄດ້ມາຜ່ານຈໍາກັດບໍລິເວນຢູ່ສູນແຫ່ງນີ້ ສ່ວນຫຼາຍແມ່ນແຮງງານທີ່ມາຈາກຕ່າງປະເທດ.

ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ 19 ນັ້ນໜ່ວຍງານສະເພາະກິດຂອງກະຊວງປ້ອງກັນປະເທດຈຶ່ງໄດ້ມອບໝາຍໜ້າທີ່ໃຫ້ສະຖະບັນກັນພະຍາດ ສົ່ງເສີມສຸກຂະພາບກອງທັບລົງໃກ້ສິດຕິດຕາມກວດກາເຊື້ອໃນແຕ່ລະວັນປະຈຳຢູ່ສູນກັກກັ້ນຈຳກັດບໍລິເວນ ຫຼັກ 27.
ພັນໂທ ນາງແສງຈັນ ຜາຍຕ້າຍຄໍາ ໃຫ້ຮູ້ຕື່ມວ່າ : ໂດຍອີງໃສ່ມາດຕະການໃນການປ້ອງກັນຕົນເອງ ແລະ ຂອງທ່ານໝໍແລ້ວເພື່ອບໍໃຫ້ມີຄວາມສ່ຽງໃນການຕິດເຊື້ອແລ້ວໃນການປະຕິບັດໜ້າທີ່ໃກ້ສິດກັບຜູ້ຕິດເຊື້ອ ແລະ ຈຳກັດບໍລິເວນ ທ່ານ ໝໍຈະໄດ້ປະຕິບັດຕາມຫຼັກການ ການປ້ອງກັນຢ່າງເຂັມງວດ ດ້ວຍນ້ຳໃຈ ແລະ ຈັນຍາບັນຂອງແພດປະຕິວັດເຖິງວ່າຕົວເລກຜູ້ຕິດເຊື້ອຈະເພີ່ມຂື້ນໃນແຕ່ລະວັນກໍ່ຕາມບໍ່ວ່າຈະຢູ່ສູນຫຼັກ 27 ກໍ່ຄືສູນ ແລະ ໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດທ່ານໝໍກໍ່ຈະເຮັດໜ້າທີ່ເບີ່ງແຍງດູແລຜູ້ຕິດເຊື້ອ ແລະ ຜູ້ທີ່ກໍາລັງຕິດຕາມອາກາດ້ວຍຄວາມບາກບັ່ນດ້ວຍຄວາມຮັບຜິດຊອບສູງທີ່ການຈັດຕັງ ພັກ-ລັດ ມອບໃຫ້ມີຜົນຢ່າງຈົບງາມ.
ພ້ອມນີ້ຮຽກຮ້ອງໃຫ້ທຸກຄົນຢູ່ເຮືອນເພື່ອຊາດ ຖືວ່າເປັນການຊ່ວຍແພດໝໍກໍ່ຄືຊ່ວຍແບ່ງເບົາພາລະແພດໝໍ ຍິ່ງອອກໄປຍິ່ງຕິດເຊື້ອ, ແຜ່ເຊື້ອພາລະແພດໝໍຍິ່ງໜັກຂຶ້ນ.