ກາສີ ສັ່ງຫ້າມຜູ້ທີ່ຜ່ານໄປມາແຖວນັ້ນ ບໍ່ອະນຸຍາດນັ່ງກິນເຂົ້າຄືແຕ່ກ່ອນແລ້ວ

388

ສຳລັບເມືອງກາສີນັ້ນ ແມ່ນຖືໄດ້ວ່າເປັນທາງຜ່ານ ຫຼື ຈຸດແວ່ທີ່ສຳຄັນ ສຳລັບຜູ້ທີ່ເດີນທາງໄປມາ ໂດຍສະເພາະປະຊາຊົນທີ່ຈະຂື້ນເມືອທາງພາກເໜືອ ບໍວ່າລົດໂດຍສານ ຫລື ລົດສ່ວນຕົວ ເມື່ອຜ່ານເສັ້ນທາງດັ່ງກ່າວນັ້ນ ກໍ່ມັກທີ່ຈະພັກຜ່ອນ ກິນເຂົ້າ ກິນນ້ຳ ເຕີມກຳລັງວັງຊາ ເພື່ອທີ່ຈະເດີນທາງຕໍ່ ແຕ່ວ່າປັດຈຸບັນນີ້ ແມ່ນສັ່ງຫ້າມບໍໃຫ້ນັ່ງກີນໂດຍເດັດຂາດ.

ທັ້ງນີ້ກໍ່ເນື່ອງຈາກມີການແຜ່ລະບາດຂອງໂຄວິດ19 ໃນຫຼາຍແຂວງທົ່ວປະເທດ ສະນັ້ນ ເພຶ່ອຄວາມປອດໄພຂອງປະຊາຊົນໃນທ້ອງຖິ່ນ ຈິ່ງຕ້ອງປ້ອງກັນໄວ້ກ່ອນ ຫຼ້າສຸດນີ້ ທາງທີມງານຄະນະສະເພາະກິດເມືອງກາສີ ກໍ່ໄດ້ລົງໂຄສະນາຕິດປະກາດຢູ່ຕາມຮ້ານອາຫານ, ຮ້ານຂາຍຂອງກິນສຸກຕ່າງໆ

ທາງເມືອງກາສີແຈ້ງວ່າ ຈະບໍ່ໃຫ້ບຸກຄົນ, ກຸ່ມຄົນທີ່ເດີນທາງໄປມາຜ່ານເມືອງກາສີ ຫລື ປະຊາຊົນພາຍໃນເມືອງມານັ່ງກິນເຂົ້າ ຫລື ນັ່ງຊຸມແຊວກັນ ຢູ່ພາຍໃນຮ້ານຢ່າງເດັດຂາດຖ້າຮ້ານໃດລະເມີດຈະຖືກປະຕິບັດຕາມລະບຽບ ຄື: ຜູ້ມານັ່ງກິນແມ່ນປັບໃຫມ 300.000 ກີບ/ຄົນ ແລະເຈົ້າຂອງຮ້ານແມ່ນປັບໃຫມ 3.000.000 ກີບ/ຄັ້ງ.