ຈະເລີ່ມລົງມືກໍ່ສ້າງອາຄານຮຽນຫຼັງໃໝ່ ໂຮງຮຽນປະຖົມສົມບູນບ້ານກິ່ວໄລ່ ແຂວງຫລວງພະບາງ

589

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ແລະ ບໍລິສັດ ອຸຍເຢ່ ກໍ່ສ້າງເຄຫາສະຖານ ຈໍາກັດ ໄດ້ຈັດພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ບ້ານກິ່ວໄລ່ ເມືອງໂພນໄຊ ແຂວງຫຼວງພະບາງ ຂຶ້ນເມື່ອທ້າຍອາທິດຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ .

ໂດຍການລົງນາມເຊັນສັນຍາລະຫວ່າງ ທ່ານ ປ.ອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ແລະ ທ່ານ ອຸຍເຢ່ ລຸນຍະລາດ ຜູ້ອໍານວຍການ ບໍລິສັດ ອຸຍເຢ່ ກໍ່ສ້າງເຄຫາສະຖານ ຈໍາກັດ, ມີທ່ານຕາງໜ້າຫ້ອງວ່າການແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂພນໄຊ, ຕາງໜ້າພະແນກການກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ.


ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ແມ່ນເປັນ ໂຮງຮຽນປະຖົມສົມບູນກິ່ວໄລ່ ເມືອງໂພນໄຊ ເປັນທຶນງົບປະມານການລົງທຶນຂອງກະຊວງສຶກສາທິການ ແລະ ກິລາ ລວມມູນຄ່າການກໍ່ສ້າງທັງໝົດ 1.513 ລ້ານກວ່າກີບ ເປັນອາຄານຖາວອນ 1 ຫຼັງ ຊັ້ນດຽວ ແລະ ມີຂະໜາດ ກວ້າງ 8 ແມັດ, ຍາວ 40 ແມັດ, ມີ 5 ຫ້ອງຮຽນ, 1 ຫ້ອງການ, 2 ຫ້ອງນໍ້າ ພ້ອມດ້ວຍຕິດຕັ້ງໄຟຟ້າ, ພັດລົມ ແລະ ເຄື່ອງເຟນີເຈີຄົບຊຸດ, ສ່ວນໄລຍະເວລາຂອງໂຄງການແມ່ນ 12 ເດືອນ ເຊິ່ງເລີ່ມລົງມືໃນການກໍ່ສ້າງໃນວັນທີ 18 ກັນຍາ 2021 ຫາ ວັນທີ 18 ກັນຍາ 2022 ແມ່ນໃຫ້ສຳເລັດ 100%.


ໃນໂອກາດນີ້, ທ່ານ ປ.ອ ວົງເພັດ ອຸດົມລິດ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກພາກສ່ວນ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມພາລະບົດບາດ, ຕາມຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນເພື່ອພ້ອມກັນເຮັດໃຫ້ໂຄງການກໍ່ສ້າງດັ່ງກ່າວນີ້ ມີຜົນສໍາເລັດຕາມວັນເວລາທີ່ໄດ້ກຳນົດໄວ້ ພ້ອມທັງຮັບປະກັນໃຫ້ໄດ້ອາຄານທີ່ມີຄຸນນະພາບສວຍງາມ ແລະ ຄຸນນະພາບແໜ້ນໜາດີ.